leftcenterrightdel
ຄະນະຜູ້ແທນຂັ້ນສູງສູນກາງຊາວໜຸ່ມກອມມູນິດ ກູບາ ຢ້ຽມຢາມເຂດລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດພາກໃຕ້ຫວຽດນາມ ຢູ່ເທດສະບານເມືອງ ກາມໂລ້. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນໜຶ່ງໃນບັນດາສະຖານທີ່ ເຊິ່ງປະທານ Fidel Castro ໄດ້ມາຢ້ຽມຢາມເມື່ອປີ 1973. ທີ່ການພົບປະ, ບັນດາສະມາຊິກໃນຄະນະໄດ້ພ້ອມກັນຫວນຄືນປະຫວັດແຫ່ງການຕໍ່ສູ້ຍາດເອົາເອກະລາດ, ສັນຕິພາບ ແລະເສລີພາບອັນອົງອາດກ້າຫານຂອງສອງຊາດ, ສອງປະເທດ. ທ່ານນາງ Susely Morfa González ໃຫ້ຮູ້ວ່າ, ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນປະທານ Fidel Castro ຢ້ຽມຢາມແຂວງ ກວາງຈີ້, ໃນປີນີ້, ແຕ່ລະເດືອນ, ຄະນະຊາວໜຸ່ມກອມມູນິດກູບາ ຈະຈັດຕັ້ງການເຄື່ອນໄຫວເພື່ອສະເຫຼີມສະຫຼອງເຫດການນີ້.

ໃນວັນດຽວກັນ, ຄະນະຊາວໜຸ່ມກອມມູນິດກູບາ ກໍ່ໄດ້ມາຢ້ຽມຢາມເຂດປູຊະນີຍະສະຖານລະດັບຊາດພິເສດ ກໍາແພງເກົ່າກວາງຈີ້.

 

ແປໂດຍ: ທູຈາງ