ເຮືອບິນໂດຍສານທ່ານ ສີຈິ້ນຜິງ ໄດ້ລົງຈອດສະໜາມບິນສາກົນ ດ່ານັ້ງ ໃນເວລາ 13 ໂມງ. ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຢູ່ສະໜາມບິນມີທ່ານ ເຈືອງມິງຕ໋ວນ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ. ທ່ານ ສີຈິ້ນຜິງ ຈະມີບົດກ່າວປາໄສຢູ່ກອງປະຊຸມສຸດຍອດວິສາຫະກິດ APEC 2017 (APEC CEO Summit 2017) ໃນຕອນບ່າຍມື້ນີ້ ແລະຢ້ຽມຢາມທາງລັດຖະກິດເຖິງ ຫວຽດນາມ ແຕ່ວັນທີ 12-13 ພະຈິກ.

leftcenterrightdel
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ. ພາບ: qdnd.vn
leftcenterrightdel
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນໂບກມືຄຳນັບ. ພາບ: qdnd.vn

ກ່ອນໜ້ານັ້ນ, ທ່ານ Donald Trump ປະທານາທິບໍດີ ສະຫະລັດອາເມລິກາ ແລະທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ ກໍ່ໄດ້ມາຮອດ ດ່ານັ້ງ ເລີ່ມການເຂົ້າຮ່ວມກອງປະຊຸມບັນດາການນໍາເສດຖະກິດ APEC ຄັ້ງທີ 25.

ໃນວັນທີ 10 ພະຈິກ, ນອກຈາກທ່ານ Donald Trump ປະທານາທິບໍດີອາເມລິກາ, ທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ ແລ້ວ, ບັນດາການນໍາ ການາດາ, ອິນໂດເນເຊຍ, ກໍາປູເຈຍ ແລະລາວ ກໍ່ໄດ້ມາຮອດ ດ່ານັ້ງ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວຂອງສັບປະດາຂັ້ນສູງ APEC 2017. 

ພິທີຕ້ອນຮັບບັນດາການນໍາ ແລະພັນລະຍາ, ສາມີເຂົ້າຮ່ວມງານລ້ຽງ, ລາຍການສະແດງສິລະປະຂໍ່ານັບຮັບຕ້ອນໄດ້ດໍາເນີນໃນຕອນຄໍ່າວັນດຽວກັນພາຍໃຕ້ການເປັນປະທານຂອງທ່ານ ເຈີ່ນດ້າຍກວາງ ປະທານປະເທດຫວຽດນາມ ແລະພັນລະຍາ ຫງວຽນທິຮ່ຽນ.

 

ແປໂດຍ: ເກື່ອງດັ້ງ