ຢູ່ຕໍ່ໜ້າໂຮງລະຄອນໃຫຍ່ ໄດ້ຮັບການປະດັບປະດາດ້ວຍຖ້ານດອກບົວທີ່ສວຍງາມ. ພາບ: qdnd.vn
ສູນການຄ້າຈ່າງຕຽນ Plaza ພົ້ນເດັ່ນດ້ວຍຮູບແບບປະດັບປະດາຕ້ອນຮັບບຸນປີໃໝ່ປະຈຳຊາດປີຂານ 2022. ພາບ: qdnd.vn
ກໍາມະກອນຂອງບໍລິສັດສວນສາທາລະນະຕົ້ນໄມ້ສີຂຽວຮ່າໂນ້ຍ ຈຳກັດຜູ້ດຽວປູກດອກໄມ້ປະດັບປະດາອ້ອມຮອບເຂດອະນຸສາວະລີເລນິນ. ພາບ: qdnd.vn
ພາລະກອນພະແນກວັດທະນະທໍາ-ກິລາຮ່າໂນ້ຍ ພວມຕິດຕັ້ງດອກໄຟປະດັບປະດາເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດປີຂານ 2022. ພາບ: qdnd.vn
ບັນດາປ້າຍໂຄສະນາຕ້ອນຮັບປີໃໝ່ 2022 ຢູ່ຕາມຖະໜົນຫົນທາງ. ພາບ: qdnd.vn
ທຸງພັກ ແລະທຸງສີແດງດາວເຫຼືອງໄດ້ແຂ້ວນຢູ່ຕາມຖະໜົນບາງສາຍ. ພາບ: qdnd.vn.
ປາໂນຂະໜາດໃຫຍ່ຖືກປະດັບປະດາຢູ່ທາງສີ່ແຍກເພື່ອໃຫ້ປະຊາຊົນເຫັນໄດ້ຢ່າງງ່າຍດາຍ. ພາບ: qdnd.vn
ປະຕູໂຂງຫໍວັດທະນະທໍາແຮງງານມິດຕະພາບຫວຽດນາມ-ໂຊວຽດ ປະດັບປະດາປ້າຍໂຄສະນາອວຍພອນບຸນປີໃໝ່ປີຂານ 2022. ພາບ: qdnd.vn
ສີແດງຂອງບັນດາປ້າຍໂຄສະນາ, ທຸງພັກ ແລະທຸງສີແດງດາວເຫຼືອງຕ້ອນຮັບປີໃໝ່ຢູ່ເຂດຈ່າງຕ່ຽນ. ພາບ: qdnd.vn
ກປ.ອອນໄລ - ຮ່າໂນ້ຍ ເລີ່ມຕົ້ນຈັດຕັ້ງບັນດາການເຄື່ອນໄຫວປະດັບປະດາ, ໂຄສະນາ, ສ້າງຄວາມງາມເພື່ອຕ້ອນຮັບປີໃໝ່ 2022, ສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3-2-1930/3-2-2022) ແລະຕ້ອນຮັບບຸນປີໃໝ່ປະຈຳຊາດປີຂານ ໃນບໍລິເວນນະຄອນ.
ຍັງມີເວລາບໍ່ເທົ່າໃດມື້ອີກກໍ່ຈະຮອດບຸນເຕັດ, ຢູ່ຕາມເຂດສາທາລະນະ, ຖະໜົນຫົນທາງ, ເຂດຊຸມຊົນໃນບໍລິເວນນະຄອນຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍສີແດງເປັນຫຼັກຂອງທຸງພັກ, ທຸງຊາດ ແລະບັນດາແຜ່ນປາໂນ, ປ້າຍໂຄສະນາ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບດັ່ງລຸ່ມນີ້.
ໂດຍ: ຈາງຫງວຽນ
Type the code from the image