ອາວຸດຍຸດໂທປະກອນທີ່ທັນສະໄໝຂອງກອງທັບ ເຂົ້າຮ່ວມການຝຶກຊ້ອມຮ່ວມເດີນຂະບວນ, ສວນສະໜາມ

ອາວຸດຍຸດໂທປະກອນທີ່ທັນສະໄໝຂອງກອງທັບ ເຂົ້າຮ່ວມການຝຶກຊ້ອມຮ່ວມເດີນຂະບວນ, ສວນສະໜາມphoto

18 ກໍລະກົດ 2025 16:46

ກປ.ອອນໄລ - ອາວຸດຍຸດໂທປະກອນທີ່ທັນສະໄໝຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມການຝຶກຊ້ອມຮ່ວມຢູ່ສູນຝຶກແອບການທະຫານແຫ່ງຊາດ ເລກ 4 ເພື່ອກະກຽມໃຫ້ແກ່ພິທີເດີນຂະບວນ, ສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ. ພາຍຫຼັງການຝຶກແອບມາເປັນເວລາຫຼາຍວັນ, ບັນດາກ້ອນກໍາລັງ, ພາຫະນະ ລົດ, ປືນໃຫຍ່ ໄດ້ເຂົ້າຮ່ວມການຝຶກຊ້ອມຮ່ວມກັບກ້ອນກໍາລັງຢືນ, ກ້ອນກໍາລັງຍ່າງ ແລະກ້ອນກໍາລັງຂອງກະຊວງຕຳຫຼວດ ໃນຕອນເຊົ້າວັນທີ 17 ກໍລະກົດ. ເຂົ້າຮ່ວມການຝຶກຊ້ອມຮ່ວມ ມີກໍາລັງພາຫະນະຈາກເຫຼົ່າທັບເຮືອ, ເຫຼົ່າທັບປ້ອງກັນອາກາດ - ທະຫານອາກາດ, ເຫຼົ່າຮົບປືນໃຫຍ່, ເຫຼົ່າຮົບລົດຕັງຍານເກາະ, ເຫຼົ່າຮົບຊ່າງແສງ, ເຫຼົ່າຮົບສື່ສານ, ເຫຼົ່າຮົບເຄມີ ແລະພາຫະນະອື່ນໆຈຳນວນຫຼາຍ. ໂດຍ: ໄຊຊະນະ  

go top