ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານພົນໂທ ຕົງ ຈຸ່ນ ທີ່ດ່ານສາກົນມ໊ອງກ໊າຍ, ຫວຽດນາມ. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ເຂົ້າຮ່ວມພິທີເປີດການກໍ່ສ້າງສຸກສາລາມິດຕະພາບຢູ່ຕາແສງຫາຍເຊີນ, ແຂວງກວາງນິງ. ພາບ: qdnd.vn
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ແລະຜູ້ແທນພ້ອມດ້ວຍພະນັກງານ, ນັກຮົບຂອງຄ້າຍທະຫານຊາຍແດນຈ່າໂກ້, ຫວຽດນາມ. ພາບ: qdnd.vn
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ມອບຂອງຂວັນ ເພື່ອລະດົມກຳລັງໃຈໃຫ້ແກ່ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຈ່າໂກ້, ຫວຽດນາມ. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ພ້ອມກັບຄະນະຜູ້ແທນສອງປະເທດທີ່ດ່ານສາກົນ Dongxing, ຈີນ. ພາບ: qdnd.vn
ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ປູກຕົ້ນໄມ້ມິດຕະພາບທີ່ກອງຮ້ອຍທະຫານຊາຍແດນ Dongxing, ຈີນ. ພາບ: qdnd.vn
ລັດຖະມົນຕີ ສອງທ່ານ ແລະຄະນະຜູ້ແທນສອງປະເທດໄດ້ຮັບຟັງຜູ້ບັນຊາການຂອງສອງກອງກໍາປັ່ນ ລາຍງານກ່ຽວກັບວຽກງານກະກຽມການຈັດຕັ້ງການລາດຕະເວນຮ່ວມລະຫວ່າງທະຫານເຮືອສອງປະເທດ. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ແລກປ່ຽນເມື່ອໄປຢ້ຽມຢາມກໍາປັ່ນຂອງທະຫານເຮືອຈີນ. ພາບ: qdnd.vn
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານ “ເສັ້ນທາງໂຮ່ຈີມິນ ເທິງທະເລ” ທີ່ທ່າເຮືອທ່ອງທ່ຽວ Fang Cheng, ຈີນ. ພາບ: qdnd.vn
ກປ.ອອນໄລ - ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ຈີນ ຄັ້ງທີ 10 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-19 ມີນາ ທີ່ແຂວງກວາງນິງ (ຫວຽດນາມ) ແລະເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ (ຈີນ).
ຄະນະຜູ້ແທນຫວຽດນາມ ນຳໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ຄະນະຜູ້ແທນຈີນ ນຳໂດຍທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດຈີນ.
ງານພົບປະແລກປ່ຽນໄດ້ສິ້ນສຸດລົງຢ່າງຈົບງາມ, ຜ່ານນັ້ນເພີ່ມທະວີນໍ້າໃຈມິດຕະພາບ, ຊຸກຍູ້ການຮ່ວມມືທີ່ແທດຈິງລະຫວ່າງກໍາລັງປົົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດ ຫວຽດນາມ-ຈີນ, ປະກອບສ່ວນເຂົ້າໃນການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ຜົນສຳເລັດຂອງງານພົບປະແລກປ່ຽນກໍ່ສົ່ງສານກ່ຽວກັບນໍ້າໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນ, ສ້າງພື້ນຖານອັນໝັ້ນແກ່ນໃຫ້ການພົວພັນ ຫວຽດນາມ-ຈີນ ພັດທະນາຢ່າງຮອບດ້ານ ແລະຍືນຍົງ.
ໂດຍ: ຈາງຫງວຽນ
Type the code from the image