ພະນັກງານ, ນັກຮົບຄ້າຍທະຫານຊາຍແດນວິ໊ງຢາ (ທະຫານຊາຍແດນແຂວງອານຢາງ) ສົມທົບກັບກໍາລັງລາດຕະເວນ, ປົກປັກຮັກສາບໍລິເວນ. ພາບ: qdnd.vn
ທະຫານຊາຍແດນແຂວງອານຢາງ ສົມທົບກັບກໍາລັງລາດຕະເວນບໍລິເວນເຂດຊາຍແດນ. ພາບ: qdnd.vn
ທະຫານຊາຍແດນແຂວງອານຢາງ ໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍໃຫ້ປະຊາຊົນເຂດຊາຍແດນ. ພາບ: qdnd.vn
ທະຫານຊາຍແດນແຂວງອານຢາງ ໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ. ພາບ: qdnd.vn
ໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍຢູ່ໂບດອິດສະລາມ. ພາບ: qdnd.vn
ນັກຮົບທະຫານຊາຍແດນແຂວງອານຢາງ ໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍໃຫ້ພໍ່ແມ່ປະຊາຊົນຊາວເຜົ່າຈໍາ. ພາບ: qdnd.vn
ວຽກງານໂຄສະນາໄດ້ປະກອບສ່ວນຍົກສູງຄວາມຮັບຮູ້ໃຫ້ປະຊາຊົນ, ກໍ່ຄືປະຕິບັດຂໍ້ກຳນົດຂອງລັດ ເປັນຢ່າງດີ. ພາບ: qdnd.vn
ການໂຄສະນາເຜີຍແຜ່, ສຶກສາອົບຮົມດ້ານກົດໝາຍໃຫ້ນັກຮຽນໃນບໍລິເວນ. ພາບ: qdnd.vn
ການລາດຕະເວນ, ຮັກສາອະທິປະຕິໄຕຄວາມໝັ້ນຄົງຊາຍແດນແຫ່ງຊາດ ໄວ້ຢ່າງໝັ້ນຄົງ. ພາບ: qdnd.vn
ທະຫານຊາຍແດນແຂວງອານຢາງ ລາດຕະເວນ, ປົກປັກຮັກສາບໍລິເວນ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເສັ້ນຊາຍແດນຕາເວັນຕົກສ່ຽງໃຕ້. ພາບ: qdnd.vn
ກປ.ອອນໄລ - ອານຢາງແມ່ນທ້ອງຖິ່ນຕິດກັບສອງແຂວງ Ta Keo ແລະ Kan Đal (ລາຊະອານາຈັກຈໍາປູເຈຍ), ທີ່ມີເສັ້ນຊາຍແດນຍາວປະມານ 100 ກິໂລແມັດ. ດ້ວຍບົດບາດແມ່ນກໍາລັງຫຼັກແຫຼ່ງໃນການກໍ່ສ້າງ, ຄຸ້ມຄອງ ແລະປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນແຫ່ງຊາດ, ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງອານຢາງ ໄດ້ຜັນຂະຫຍາຍຫຼາຍມາດຕະການເພື່ອຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ທ້ອງຖິ່ນ ກໍ່ຄືຄວາມສະຫງົບສຸກຢູ່ເສ້ັນຊາຍແດນຕາເວັນຕົກສ່ຽງໃຕ້.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນມຸນເຊື້ອທະຫານຊາຍແດນ (3-3-1959 / 3-3-2025), 36 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3-3-1989 / 3-3-2025), ໜັງສືີພິມກອງທັບປະຊາຊົນແນະນຳເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບການເຄື່ອນໄຫວຂອງພະນັກງານ, ນັກຮົບທະຫານຊາຍແດນແຂວງອານຢາງ:
ໂດຍ: ໄຊນີດາ
Type the code from the image