• ການເມືອງ
    • ຂ່າວ
    • ບັນຫາຕ່າງໆ
    • ບົດນຳ
    • ຕ້ານການຫັນປ່ຽນໂດຍສັນຕິ
  • ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ
    • ຂ່າວ
    • ພົວພັນຕ່າງປະເທດດ້ານປ້ອງກັນຊາດ
    • ຊາຍແດນ, ທະເລ, ໝູ່ເກາະ
  • ສາຍພົວພັນຫວຽດນາມ - ລາວ
    • ຂ່າວ
    • ຂົວເຊື່ອມຕໍ່ມິດຕະພາບ
  • ເສດຖະກິດ - ສັງຄົມ
    • ຂ່າວ
    • ບັນຫາຕ່າງໆ
    • ນະໂຍບາຍ
    • ການຮ່ວມມືລົງທຶນ
  • ວັດທະນະທຳ - ສຶກສາ - ກິລາ
    • ຂ່າວ
    • ວັດທະນະທຳ
    • ສຶກສາ
    • ກິລາ
  • ປະເທດຊາດ ແລະ ຜູ້ຄົນ
    • ອາຫານການກິນ
    • ພູມລໍາເນົາ ແລະ ຜູ້ຄົນ
    • ສີສັນບັນດາເຜົ່າຫວຽດນາມ - ລາວ
  • ຂ່າວຕ່າງປະເທດ
    • ຂ່າວ
    • ອາຊຽນ
    • ຂ່າວຕ່າງປະເທດ
  • ປະຫວັດສາດ - ມູນເຊື້ອ
    • ເຫດການ - ພະຍານຫຼັກຖານ
    • ຂໍ້ມູນນັກຮົບເສຍສະຫຼະຊີວິດເພື່ອຊາດ
  • Tiếng Việt
  • English
  • 中文
  • ខ្មែរ
  • ການເມືອງ
    • ຂ່າວ
    • ບັນຫາຕ່າງໆ
    • ບົດນຳ
    • ຕ້ານການຫັນປ່ຽນໂດຍສັນຕິ
  • ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ
    • ຂ່າວ
    • ພົວພັນຕ່າງປະເທດດ້ານປ້ອງກັນຊາດ
    • ຊາຍແດນ, ທະເລ, ໝູ່ເກາະ
  • ສາຍພົວພັນຫວຽດນາມ - ລາວ
    • ຂ່າວ
    • ຂົວເຊື່ອມຕໍ່ມິດຕະພາບ
  • ເສດຖະກິດ - ສັງຄົມ
    • ຂ່າວ
    • ບັນຫາຕ່າງໆ
    • ນະໂຍບາຍ
    • ການຮ່ວມມືລົງທຶນ
  • ວັດທະນະທຳ - ສຶກສາ - ກິລາ
    • ຂ່າວ
    • ວັດທະນະທຳ
    • ສຶກສາ
    • ກິລາ
  • ປະເທດຊາດ ແລະ ຜູ້ຄົນ
    • ອາຫານການກິນ
    • ພູມລໍາເນົາ ແລະ ຜູ້ຄົນ
    • ສີສັນບັນດາເຜົ່າຫວຽດນາມ - ລາວ
  • ຂ່າວຕ່າງປະເທດ
    • ຂ່າວ
    • ອາຊຽນ
    • ຂ່າວຕ່າງປະເທດ
  • ປະຫວັດສາດ - ມູນເຊື້ອ
    • ເຫດການ - ພະຍານຫຼັກຖານ
    • ຂໍ້ມູນນັກຮົບເສຍສະຫຼະຊີວິດເພື່ອຊາດ
1 ກໍລະກົດ 2025 ເບີໂທ: (84 - 24) 3747 1748 / 3747 1029 ແຟັກ: (84 - 24) 3747 4913 ອີແມວ: dientubqd.tl@gmail.com

ພາບສາລະຄະດີ

    1 ມິຖຸນາ 2021 18:56
    print  
    • ວັນທີ 5 ມິຖຸນາ 1911, ຈາກ ທ່າເຮືອ ຍ່າຣົ່ງ (ຮູບພາບ), ຫງວຽນເຕິດແທ່ງ ໄດ້ອໍາລາປະເທດຊາດ, ເລີ່ມເດີນທາງໄປຊອກຫາເສັ້ນທາງປົດປ່ອຍຊາດ, ປົດປ່ອຍປະເທດ. ພາບ: ສໍານັກຂ່າວສານຫວຽດນາມ.

    • ວັນທີ 5 ມິຖຸນາ 1911, ຢູ່ທ່າເຮືອໄຊງ່ອນ, ອ້າຍໜຸ່ມຮັກຊາດ ຫງວຽນເຕິດແທ່ງ (ປະທານໂຮ່ຈີມິນ) ໄດ້ຕັດສິນໃຈອອກຈາກປະເທດຊາດ ດ້ວຍກໍາປັ່ນຂອງພົນເຮືອເອກ Latouche-Tréville ເພື່ອປະຕິບັດຄວາມໃຝ່ຝັນຢາກປົດປ່ອຍປະເທດຊາດອອກຈາກ ແອກກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ແລະຈັກກະພັດ. ພາບ: ສໍານັກຂ່າວສານຫວຽດນາມ.

    • ໂຮງແຮມ Omni Parker ຢູ່ນະຄອນ Boston, ອາເມລິກາ. ຢູ່ໂຮງແຮມ ແຫ່ງນີ້, ອ້າຍໜຸ່ມຮັກຊາດ ຫງວຽນເຕິດແທ່ງ ເປັນຜູ້ຊ່ວຍພໍ່ຄົວ ໃນຊຸມປີ 1912-1913. ພາບ: ສໍານັກຂ່າວສານຫວຽດນາມ.

    • ອ້າຍໜຸ່ມ ຫງວຽນເຕິດແທ່ງ ເຮັດວຽກເປັນຜູ້ຊ່ວຍພໍ່ຄົວ ຢູ່ໂຮງແຮມ Carlton ຢູ່ປະເທດອັງກິດ, ປີ 1913. ພາບ: ສໍານັກຂ່າວສານຫວຽດນາມ.

    • ໂຮງແຮມ Carlton ຢູ່ລອນດອນ (ອັງກິດ), ບ່ອນທີ່ອ້າຍໜຸ່ມຮັກຊາດ ຫງວຽນເຕິດແທ່ງ ເຮັດວຽກໃນໄລຍະເວລາທີ່ອາໄສຢູ່ອັງກິດ ປີ 1914. ພາບ: ສໍານັກຂ່າວສານຫວຽດນາມ.

    • ພາຍຫຼັງການເດີນທາງທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກຜ່ານຫຼາຍປະເທດ ຄື, ຝຣັ່ງ, ອັງກິດ, ອາເມລິກາ... ຫງວຽນອ໊າຍກ໊ວກ ໄດ້ກັບຄືນໄປປະເທດ ຝຣັ່ງ ໃນປີ 1917 ແລະຢູ່ເຮືອນເລກທີ 6 Villa des Gobelins (ເມືອງ 13, ປາຣີ). ຢູ່ທີ່ນີ້, ເພິ່ນ ໄດ້ເຂົ້າຮ່ວມສ້າງຕັ້ງສະມາຄົມ ຊາວອານນາມ ທີ່ຮັກຊາດ ແລະໄດ້ກາຍເປັນຫຼັກແຫຼ່ງໃຫ້ແກ່ສະມາຄົມ ດ້ວຍຊື່ເອີ້ນວ່າ ຫງວຽນອ໊າຍກ໊ວກ. ເວລານີ້ຢູ່ ປາຣີ ກໍ່ແມ່ນເວລາທີ່ ລຸງໂຮ່ ຮ່າງ “ເອກະສານຮຽກທວງສິດ 8 ຂໍ້” ຂອງຊາວອານນາມ ທີ່ສົ່ງໄປໃຫ້ການນໍາບັນດາປະເທດມະຫາອໍານາດ ເຂົ້າຮ່ວມກອງປະຊຸມ Versailles ປີ 1919. ພາບ: ສໍານັກຂ່າວສານຫວຽດນາມ.

    • ບັດປະຈໍາຕົວຂອງ ຫງວຽນອ໊າຍກ໊ວກ ຢູ່ ປາຣີ (ຝຣັ່ງ) ປີ 1919. ພາບ: ສໍານັກຂ່າວສານຫວຽດນາມ.

    • ເດືອນ 7-1920, ສະຫາຍ ຫງວຽນອ໊າຍກ໊ວກ (ຊື່ຂອງລຸງໂຮ່ ໃນໄລຍະເຄື່ອນໄຫວຢູ່ຝຣັ່ງ) ໄດ້ອ່ານ “ຮ່າງໂຄງການການເມືອງກ່ຽວກັບບັນຫາຊົນຊາດ ແລະບັນຫາຫົວເມືອງຂຶ້ນ ຄັ້ງທີ 1” ຂອງ ເລນິນ ທີ່ລົງໃນໜັງສືພິມ L’Humanité (ມະນຸດສະທໍາ) ຂອງພັກສັງຄົມ ຝຣັ່ງ. ຜ່ານໂຄງການການເມືອງດັ່ງກ່າວ, ເພິ່ນ ໄດ້ຊອກເຫັນເສັ້ນທາງປົດປ່ອຍຊາດອັນຖືກຕ້ອງ. ໃນພາບ: ເຮືອນເລກທີ 9, ຮ່ອມ Compoint, ບ່ອນຢູ່ຂອງ ຫງວຽນອ໊າຍກ໊ວກ ຢູ່ ປາຣີ ໃນໄລຍະທີ່ເຄື່ອນໄຫວຢູ່ ຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

    • ປີ 1921, ເພື່ອເຕົ້າໂຮມບັນດາກໍາລັງທີ່ມີອຸດົມການດຽວກັນ, ຫງວຽນອ໊າຍກ໊ວກ ພ້ອມກັບບາງສະຫາຍຄົນອາຊີ ທີ່ມີໜ້າຢູ່ ປາຣີ ໄດ້ສ້າງຕັ້ງສະຫະພັນຫົວເມືອງຂຶ້ນ. ສະຫະພັນ ໄດ້ອອກໜັງສືພິມ “ຄົນຮ່ວມທຸກ” ເພື່ອເປັນກະບອກສຽງໃຫ້ແກ່ສະຫະພັນ. ຫງວຽນອ໊າຍກ໊ວກ ທັງເປັນນັກຂຽນ, ທັງເປັນນັກຂ່າວ ແລະທັງຜູ້ຮຽບຮຽງຫຼັກ. ໜັງສືພິມ “ຄົນຮ່ວມທຸກ”, ກະບອກສຽງຂອງກໍາມະຊີບຫົວເມືອງຂຶ້ນ ໂດຍ ເພິ່ນ ເປັນຜູ້ສ້າງຕັ້ງ, ເປັນນັກຂຽນ ທັງເປັນຜູ້ຈັດການ, ຈໍາໜ່າຍໃນຊຸມປີ 1922 ເຖິງປີ 1924, ຈາກ ປາຣີ ເພິ່ນ ໄດ້ຮຽກຮ້ອງ ແລະຈັດຕັ້ງໃຫ້ບັນດາຊົນຊາດທີ່ຖືກກົດຂີ່ຂູດຮີດ ລຸກຮື້ຂຶ້ນປົດປ່ອຍ. ພາບ: ສໍານັກຂ່າວສານຫວຽດນາມ.

    • ປີ 1923, ຫງວຽນອ໊າຍກ໊ວກ ໄປມົດສະກູ (ລັດເຊຍ) ເພື່ອເຂົ້າຮ່ວມການເຄື່ອນໄຫວຂອງສາກົນກອມມູນິດ. ເພິ່ນ ດໍາລົງຊີວິດ ແລະເຮັດວຽກແຕ່ທ້າຍປີ 1923 ເຖິງຕົ້ນປີ 1924 ຢູ່ໂຮງແຮມ Lux - ເລກທີ 10 ຖະໜົນ Tverskaya. ໂຮງແຮມ Lux ຄາວນີ້ເປັນບ່ອນຢູ່ ສະເພາະໃຫ້ແກ່ພະນັກງານ, ຜູ້ນໍາຊົນຊັ້ນກໍາມະກອນຈາກທົ່ວທຸກບ່ອນ ທີ່ມາຫາສາກົນກອມມູນິດ. ພາບ: ສໍານັກຂ່າວສານຫວຽດນາມ.

    • ຫງວຽນອ໊າຍກ໊ວກ ກັບປະຊາຊົນມົດສະກູ (ລັດເຊຍ) ຢູ່ໂນນນົກຈອກ, ໃນເວລາໄປເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ V ຂອງສາກົນກອມມູນິດ (17-6/8-7-1924). ພາບ: ສໍານັກຂ່າວສານຫວຽດນາມ.

    • ສະຫາຍ ຫງວຽນອ໊າຍກ໊ວກ ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ V ຂອງສາກົນກອມມູນິດ, ປະຊຸມແຕ່ວັນທີ 17-6 /8-7-1924 ຢູ່ມົດສະກູ, ໃນຖານະເປັນຜູ້ແທນຂອງກະຊວງຫົວເມືອງຂຶ້ນ ພັກກອມມູນິດຝຣັ່ງ. ພາບ: ສໍານັກຂ່າວສານຫວຽດນາມ.

    • ບັດຜູ້ແທນທ່ີອອກໃຫ້ແກ່ ຫງວຽນອ້າຍກ໊ວກ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ V ສາກົນກອມມູນິດ ຢູ່ມົດສະກູ (ລັດເຊຍ), ດໍາເນີນແຕ່ 17-6/8-7-1924. ພາບ: ສໍານັກຂ່າວສານຫວຽດນາມ.

    • ສະຫາຍ ຫງວຽນອ໊າຍກ໊ວກ (ແຖວນັ່ງ: ຜູູ້ທໍາອິດເບື້ອງຊ້າຍ) ຖ່າຍຮູບເປັນທີ່ລະນຶກກັບຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ V ສາກົນກອມມູນິດ ຢູ່ມົດສະກູ, ລັດເຊຍ, ແຕ່ວັນທີ 17-6/8-7-1924. ພາບ: ສໍານັກຂ່າວສານຫວຽດນາມ.

    • ບັດທີ່ປຶກສາ ອອກໃຫ້ ຫງວຽນອ໊າຍກ໊ວກ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ V ສາກົນກອມມູນິດ ຢູ່ມົດສະກູ, ລັດເຊຍ, ແຕ່ວັນທີ 17-6/8-7-1924. ພາບ: ສໍານັກຂ່າວສານຫວຽດນາມ.

    • ເດືອນ 6-1925, ຢູ່ກວາງເຈົາ (ຈີນ), ຫງວຽນອ໊າຍກ໊ວກ ສ້າງຕັ້ງສະມາຄົມ ຊາວໜຸ່ມ ຫວຽດນາມ ປະຕິວັດ, ເປີດຊຸດຝຶກອົບຮົມດ້ານການເມືອງ, ອອກໜັງສືພິມຊາວໜຸ່ມ, ເຜີຍແຜ່ໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງຊຸດທໍາອິດຂອງຫວຽດນາມ ກ່ຽວກັບເນື້ອໃນພື້ນຖານຂອງທິດສະດີມາກ-ເລນິນ, ເພື່ອກະກຽມໃຫ້ແກ່ການການສ້າງຕັ້ງ ພັກກໍາມະຊີບແບບໃໝ່ຢູ່ຫວຽດນາມ. ໃນພາບ: ເຮືອນເລກທີ 13/1, ປັດຈຸບັນແມ່ນເຮືອນເລກທີ 248-250, ຖະນົນວັນມິງ, ນະຄອນກວາງເຈົາ, ຈີນ, ສໍານັກງານຂອງສະມາຄົມ ຊາວໜຸ່ມ ຫວຽດນາມ ປະຕິວັດ, ເຊິ່ງເປັນບ່ອນທີ່ສະຫາຍ ຫງວຽນອ໊າຍກ໊ວກ ເປີດຊຸດຝຶກອົບຮົມກໍ່ສ້າງພະນັກງານໃຫ້ແກ່ການປະຕິວັດຫວຽດນາມ ແຕ່ປີ 1925-1927. ພາບ: ສໍານັກຂ່າວສານຫວຽດນາມ.

    • ປື້ມ “ຄໍາຕັດສິນຂອງລະບອບລ່າເມືອງຂຶ້ນຝຣັ່ງ” ຂອງ ຫງວຽນອ໊າຍກ໊ວກ ທີ່ຂຽນເປັນພາສາຝຣັ່ງ ໃນຊຸມປີ 1921-1925, ລົງຄັ້ງທໍາອິດຢູ່ ປາຣີ (ຝຣັ່ງ) ໃນໜັງສືພິມ Imprékor ຂອງສາກົນກອມມູນິດ. ພາບ: ສໍານັກຂ່າວສານຫວຽດນາມ.

    • ປີ 1924, ສະຫາຍ ຫງວຽນອ໊າຍກ໊ວກ ກັບໄປກວາງເຈົາ, ຈີນ ແລະສ້າງຕັ້ງ ສະມາຄົມ ຊາວໜຸ່ມ ຫວຽດນາມ ປະຕິວັດ (ເດືອນ 6-1925), ເປີດຊຸດຝຶກອົບຮົມດ້ານການເມືອງ, ອອກໜັງສືພິມຊາວໜຸ່ມ, ເຜີຍແຜ່ໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງຊຸດທໍາອິດຂອງຫວຽດນາມ ກ່ຽວກັບເນື້ອໃນພື້ນຖານຂອງທິດສະດີມາກ-ເລນິນ, ເພື່ອກະກຽມ ໃຫ້ແກ່ການສ້າງຕັ້ງພັກກໍາມະຊີບແບບໃໝ່ຢູ່ຫວຽດນາມ. ໃນພາບ: ປຶ້ມ “ເສັ້ນທາງປະຕິວັດ” ຮວບຮວມບົດສອນຂອງ ຫງວຽນອ໊າຍກ໊ວກ-ໂຮ່ຈີມິນ ເພື່ອເອົາມາສອນຢູ່ຊຸດຝຶກອົບຮົມການເມືອງໃຫ້ຊາວໜຸ່ມຮັກຊາດ ຫວຽດນາມ ໃນຊຸມປີ 1925-1927. ພາບ: ສໍານັກຂ່າວສານຫວຽດນາມ.

    • ປີ 1924, ສະຫາຍ ຫງວຽນອ໊າຍກ໊ວກ ກັບໄປກວາງເຈົາ, ຈີນ ແລະສ້າງຕັ້ງ ສະມາຄົມ ຊາວໜຸ່ມ ຫວຽດນາມ ປະຕິວັດ (ເດືອນ 6-1925), ເປີດຊຸດຝຶກອົບຮົມດ້ານການເມືອງ, ອອກໜັງສືພິມຊາວໜຸ່ມ, ເຜີຍແຜ່ໃຫ້ແກ່ຖັນແຖວພະນັກງານຫຼັກແຫຼ່ງຊຸດທໍາອິດຂອງຫວຽດນາມ ກ່ຽວກັບເນື້ອໃນພື້ນຖານຂອງທິດສະດີມາກ-ເລນິນ, ເພື່ອກະກຽມໃຫ້ແກ່ການສ້າງຕັ້ງພັກກໍາມະຊີບແບບໃໝ່ຢູ່ຫວຽດນາມ. ໃນພາບ: ປຶ້ມ “ເສັ້ນທາງປະຕິວັດ” ຮວບຮວມບົດສອນຂອງ ຫງວຽນອ໊າຍກ໊ວກ-ໂຮ່ຈີມິນ ເພື່ອເອົາມາສອນຢູ່ຊຸດຝຶກອົບຮົມການເມືອງໃຫ້ຊາວໜຸ່ມຮັກຊາດ ຫວຽດນາມ ໃນຊຸມປີ 1925-1927. ພາບ: ສໍານັກຂ່າວສານຫວຽດນາມ.

    • ລຸງໂຮ່ (ເຖົ້າ ຈີ໊ນ) ແລະບັນດາສະຫາຍ ຢູ່ ໄທ ປີ 1928. ເຖົ້າ ຈີ໊ນ ແມ່ນນາມແຝງຂອງຜູ້ນໍາ ຫງວຽນອ໊າຍກ໊ວກ ທີ່ເຄື່ອນໄຫວຢູ່ລາຊະອານາຈັກ ໄທ, ໃນໄລຍະ 1928-1929. ເຖົ້າ ແມ່ນພາສາໄທ-ລາວ, ເພື່ອເອີ້ນຄົນມີອາຍຸສູງ ແລະສະແດງຄວາມເຄົາລົບນັບຖື. ພາບ: ສໍານັກຂ່າວສານຫວຽດນາມ.

    • ແຕ່ວັນທີ 6 ມັງກອນ ຫາວັນທີ 7 ກຸມພາ 1930, ພາຍໃຕ້ການເປັນປະທານຂອງສະຫາຍ ຫງວຽນອ໊າຍກ໊ວກ ຕາງໜ້າໃຫ້ສາກົນກອມມູນິດ, ກອງປະຊຸມໂຮມອົງການຈັດຕັ້ງກອມມູນິດເຂົ້າເປັນອັນໜຶ່ງອັນດຽວ, ສ້າງຕັ້ງພັກກອມມູນິດຫວຽດນາມ ຂຶ້ນ, ປະຊຸມຢູ່ແຫຼມກຶວລອງ, ຂຶ້ນກັບຮົ່ງກົງ (ຈີນ). ພາບ: ສໍານັກຂ່າວສານຫວຽດນາມ.

    • ຄຸກ Victoria ຢູ່ຮົງກົງ, ບ່ອນທີ່ກັກຂັງ ຫງວຽນອ໊າຍກ໊ວກ (ຄາວນັ້ນ ເພິ່ນ ມີຊື່ວ່າ ຕົ໊ງວັນເຊີ, ພາບເບື້ອງຂວາ) ເກືອບ 20 ເດືອນ (ແຕ່ວັນທີ 6 ມິຖຸນາ 1931 ເຖິງວັນທີ 22 ມັງກອນ 1933), ໃນເວລາ ທີ່ເພິ່ນ ເຄື່ອນໄຫວ ຢູ່ທີ່ນີ້. ພາບ: ສໍານັກຂ່າວສານຫວຽດນາມ.

    • ບັດຜູ້ແທນ ທີ່ອອກໃຫ້ ລຸງໂຮ່ ເມື່ອເຂົ້າຮ່ວມກອງປະຊຸມໃຫຍ່ສາກົນກອມມູນິດ ຄັ້ງທີ VII, ຈັດຕັ້ງແຕ່ວັນທີ 25 ກໍລະກົດ ເຖິງວັນທີ 21 ສິງຫາ 1935 ຢູ່ມົດສະກູ (ໂຊວຽດ). ຄາວນັ້ນ ລຸງໂຮ່ ມີຊື່ວ່າ ລິນ. ພາບ: ສໍານັກຂ່າວສານຫວຽດນາມ.

    • ເຮືອນຂອງທ່ານ ເຮື໊ອຢາເຂີຍ, ບ້ານ ນໍ້າກວາງ (ຈີນ), ບ່ອນທີ່ ລຸງໂຮ່ ຢູ່ໃນເວລາເປີດຊຸດຝຶກອົບຮົມດ້ານການເມືອງໃຫ້ແກ່ພະນັກງານຫວຽດນາມ (12-1940). ພາບ: ສໍານັກຂ່າວສານຫວຽດນາມ.

    • ຕູບ ຂວຍນໍ້າ ຢູ່ ປາກບໍ໊, ຕາແສງ ເຈື່ອງຮ່າ, ເມືອງຮ່າກວ໋າງ, ແຂວງກາວບັ່ງ, ບ່ອນຈັດຕັ້ງກອງປະຊຸມສູນກາງພັກກອມມູນິດ ອິນດູຈີນ ຄັ້ງທີ 8 (ເດືອນ 5-1941), ຕັດສິນໃຈຈັດໜ້າທີ່ປົດປ່ອຍຊາດຢູ່ແຖວໜ້າ ແລະສ້າງຕັ້ງແນວໂຮມຫວຽດມິງ. ພາບ: ສໍານັກຂ່າວສານຫວຽດນາມ.

    • ກະແສຟອງການປະຕິວັດປົດປ່ອຍຊາດ (1939-1945) ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ, ເດັດດ່ຽວຂອງພັກ, ນໍາໜ້າໂດຍຜູ້ນໍາ ຫງວຽນອ໊າຍກ໊ວກ ພ້ອມກັບຄວາມສາມັກຄີ, ຕໍ່ສູ້ຢ່າງພິລະອາດຫານ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງສະມາຊິກພັກ, ນັກຮົບ ແລະພໍ່ແມ່ປະຊາຊົນ ທີ່ຮັກຊາດຫຼາຍໆຄົນ ແລະສິ້ນສຸດລົງດ້ວຍໄຊຊະນະການປະຕິວັດເດືອນສິງຫາ ປີ 1945. ໃນພາບ: ວັນທີ 28 ມັງກອນ 1941, ລຸງໂຮ່ ກັບມາແຕ່ ຈີນ ແລະມາຢູ່ປາກບໍ໊ (ກາວບັ່ງ), ນໍາພາການປະຕິວັດໂດຍກົງ. ພາບ: ສໍານັກຂ່າວສານຫວຽດນາມ.

    • ກະແສຟອງການປະຕິວັດປົດປ່ອຍຊາດ (1939-1945) ພາຍໃຕ້ ການນໍາພາອັນສະຫຼາດສ່ອງໃສ, ເດັດດ່ຽວຂອງພັກ, ນໍາໜ້າໂດຍຜູ້ນໍາ ຫງວຽນອ໊າຍກ໊ວກ ພ້ອມກັບຄວາມສາມັກຄີ, ຕໍ່ສູ້ຢ່າງພິລະອາດຫານ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງສະມາຊິກພັກ, ນັກຮົບ ແລະ ພໍ່ແມ່ປະຊາຊົນທີ່ຮັກຊາດຫຼາຍໆຄົນ ແລະສິ້ນສຸດລົງ ດ້ວຍໄຊຊະນະ ການປະຕິວັດເດືອນ ສິງຫາ ປີ 1945. ໃນພາບ: ຫຼັກໝາຍຊາຍແດນທີ 108 - ບ່ອນທີ່ລຸງໂຮ່ ກັບມາປະເທດໃນວັນທີ 28 ມັງກອນ 1941, ນໍາພາການປະຕິວັດໂດຍກົງ. ພາບ: ສໍານັກຂ່າວສານຫວຽດນາມ.

    • ປີ 1942, ບົນເສັ້ນທາງຈາກປາກບໍ໊ ໄປຫາ ຈຸ່ງແຄ໊ງ ເພື່ອຕິດຕໍ່ກັບອົງການຈັດຕັ້ງຕ້ານຟາດຊິດຍີ່ປຸ່ນ ສາກົນ, ໂຮ່ຈີມິນ ຖືກຜູ້ກໍາອໍານາດ ກົກມິນຕັ໋ງ (ຈີນ) ຈັບຜິດກົດໝາຍ ຢູ່ກວາງຊີ. ໃນພາບ: ປະທານ ໂຮ່ຈີມິນ ຂຽນ “ບັນທຶກໃນຄຸກ” ແຕ່ວັນທີ 29 ສິງຫາ 1942 ເຖິງວັນທີ 10 ກັນຍາ 1943 ໃນເວລາທີ່ ເພິ່ນ ຖືກອໍານາດການປົກຄອງ ຈຽງໄຄເຊັກ ຈັບ ແລະກັກຂັງໃນຄຸກຂອງມັນ. ພາບ: ສໍານັກຂ່າວສານຫວຽດນາມ.

    • ຕູບ ນ່າເນືອ (ຕວຽນກວາງ) - ບ່ອນທີ່ ລຸງໂຮ່ ເຮັດວຽກໃນຊຸມວັນຢູ່ເຂດທີ່ໝັ້ນຫວຽດບັກ. ບັນດາເອກະສານ, ຄໍາສັ່ງ, ແຜນນະໂຍບາຍ, ແຜນການ ລ້ວນແຕ່ໄດ້ຮ່າງຂຶ້ນຢູ່ຕູບຫຼັງນີ້ຈາກລຸງໂຮ່. ຢູ່ທີ່ນີ້, ລຸງໂຮ່ ໄດ້ຮຽກໂຮມກອງປະຊຸມພະນັກງານ ໃນວັນທີ 4 ມິຖຸນາ 1945, ຕົກລົງເຫັນດີເປັນເອກະພາບຖືເອົາເຂດທີ່ໝັ້ນເປັນເຂດປົດປ່ອຍ, ເຫັນດີເປັນເອກະພາບຕໍ່ກໍາລັງປະກອບອາວຸດເປັນກອງທະຫານປົດປ່ອຍ. ພາບ: ສໍານັກຂ່າວສານຫວຽດນາມ.

    • ມະຫາຊົນປະຕິວັດ ແລະປ້ອງກັນ ສູ້ຮົບຢຶດເອົາທໍານຽບຜູ້ຕາງໜ້າເຈົ້າຊີວິດ (ທໍານຽບພາກເໜືອ), ວັນທີ 19 ສິງຫາ 1945, ເປັນຂີດໝາຍແຫ່ງຜົນສໍາເລັດຂອງການປະຕິວັດເດືອນສິງຫາ, ໂຄ່ນລົ້ມຈັກກະພັດ, ລ່າເມືອງຂຶ້ນ, ຍາດເອົາເອກະລາດແຫ່ງຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

    • ແຕ່ວັນທີ 25 ເຖິງວັນທີ 30 ທັນວາ 1920, ອ້າຍໜຸ່ມຮັກຊາດ ຫງວຽນອ໊າຍກ໊ວກ (ຊື່ຂອງປະທານ ໂຮ່ຈີມິນ ໃນເວລາທີ່ເຄື່ອນໄຫວປະຕິວັດ ຢູ່ຝຣັ່ງ) ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 18 ພັກສັງຄົມ ຝຣັ່ງ ຢູ່ນະຄອນ ຕົວ ໃນຖານະເປັນຜູ້ແທນອິນດູຈີນ. ຫງວຽນອ໊າຍກ໊ວກ ສະໜັບສະໜູນໂຄງການການເມືອງຂອງເລນິນ ກ່ຽວກັບບັນຫາຊົນຊາດ ແລະຫົວເມືອງຂຶ້ນ; ເຫັນດີຕໍ່ການສ້າງຕັ້ງພັກກອມມູນິດ ຝຣັ່ງ ແລະກາຍເປັນໜຶ່ງໃນບັນດາຜູ້ສ້າງຕັ້ງພັກກອມມູນິດ ຝຣັ່ງ, ແລະກໍແມ່ນນັກກອມມູນິດຜູ້ທໍາອິດຂອງຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

    • ວັນທີ 2 ກັນຍາ 1945, ຢູ່ສະໜາມຫຼວງບາດິ່ງ-ຮ່າໂນ້ຍ, ປະທານ ໂຮ່ຈີມິນ ອ່ານ “ຖະແຫຼງການເອກະລາດ”, ປະກາດການສ້າງຕັ້ງ ປະເທດ ປະຊາທິປະໄຕ ສາທາລະນະລັດ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

    Tag(s): ຊອກຫາເສັ້ນທາງປົດປ່ອຍຊາດຜູ້ຊ່ວຍພໍ່ຄົວບັນຫາຊົນຊາດ ແລະຫົວເມືອງຂຶ້ນຈຽງໄຄເຊັກບັນທຶກໃນຄຸກພັກສັງຄົມ ຝຣັ່ງ ສາກົນກອມມູນິດໜັງສືພິມ “ຄົນຮ່ວມທຸກ”

    ຮູບພາບລຸງໂຮ່ ແຕ່ທ່າເຮືອຍ່າຣົ່ງ ໄປເຖິງສະໜາມຫຼວງບາດິ່ງ ປະຫວັດສາດ

    ກປ.ອອນໄລ - ວັນທີ 5 ມິຖຸນາ 1911, ເທິງກໍາປັ່ນ Admiral Latouche-Tréville, ຈາກທ່າເຮືອ ໄຊງ່ອນ, ຫງວຽນເຕິດແທ່ງ ໄດ້ອໍາລາປະເທດຊາດ, ເລີ່ມເດີນທາງໄປຊອກຫາເສັ້ນທາງປົດປ່ອຍຊາດ, ປົດປ່ອຍປະເທດ. ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບຈາກສາລະຄະດີກ່ຽວກັບລຸງໂຮ່ ແຕ່ທ່າເຮືອ ຍ່າຣົ່ງ ໄປເຖິງສະໜາມຫຼວງບາດິ່ງ ປະຫວັດສາດ.

    ໂດຍ: ໄຊຊະນະ

    ຂ່າວທີ່ກ່ຽວຂ້ອງ
    • ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ຈີນ ຄັ້ງທີ 9: ບັນດາຮູບພາບທີ່ປະທັບໃຈໃນການເຄື່ອນໄຫວພົບປະແລກປ່ຽນ ຢູ່ຫວຽດນາມ - (18 ເມສາ 2025 14:17)
    • ກຳລັງເຂົ້າຮ່ວມການເດີນສວນສະໜາມ ປະຕິບັດສຳເລັດໜ້າທີ່ຝຶກແອບຮ່ວມ - (12 ເມສາ 2025 20:48)
    • ການສະແດງທີ່ປະທັບໃຈຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງກວ໋າງນິງ - (6 ມີນາ 2025 20:35)
    • ທະຫານຊາຍແດນແຂວງອານຢາງ: ເພື່ອຄວາມສະຫງົບສຸກໃນເສັ້ນຊາຍແດນຕາເວັນຕົກສ່ຽງໃຕ້ - (4 ມີນາ 2025 9:16)
    • ຮູບພາບທີ່ສວຍງາມໃນວັນບຸນເຂົ້າເປັນທະຫານພັນທະ - (16 ກຸມພາ 2025 18:8)
    • ຊົ່ວໂມງທໍາອິດຂອງທະຫານພັນທະ ໃນກົມກອງ - (14 ກຸມພາ 2025 19:6)
    • ຮັກສາທະເລໃນຍາມລະດູບານໃໝ່ໃຫ້ໝັ້ນຄົງເຂັ້ມແຂງ - (1 ກຸມພາ 2025 6:0)
    • ທະຫານເຮືອຫວຽດນາມ ແລະທະຫານເຮືອອິນໂດເນເຊຍ ຝຶກຊ້ອມຮ່ວມຢູ່ທະເລ - (26 ສິງຫາ 2024 16:49)
    • ຊ່ວງເວລາທີ່ຄັບແຄ້ນແໜ້ນໃຈຂອງປະຊາຊົນທີ່ມາສົ່ງອຳລາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຄັ້ງສຸດທ້າຍ - (27 ກໍລະກົດ 2024 18:45)
    • ຫຼັກໝາຍອະທິປະໄຕຊາຍແດນແຫ່ງຊາດທີ່ສັກກາລະບູຊາ - (3 ມີນາ 2024 18:11)
    1 2 3 4 5
     
     

    ແຈ້ງການ

    ທ່ານໄດ້ສົ່ງສົບຜົນສໍາເລັດຄໍາຄິດເຫັນ.
    ຄວາມຄິດເຫັນຂອງທ່ານຈະໄດ້ຮັບການອະນຸມັດບໍລິຫານກ່ອນທີ່ຈະຖືກສະແດງ!

    ແຈ້ງການ

    ຄວາມຄິດເຫັນຂອງທ່ານຍັງບໍ່ຖືກສົ່ງໄປ.
    ກະລຸນາພະຍາຍາມອີກເທື່ອຫນຶ່ງ!
      ຄຳເຫັນຂອງຜູ້ອ່ານ
    ສະແດງ: ເນື້ອໃນ
    capchaGenerate New Image

    ສົ່ງຄຳເຫັນ
    Alternate Text ລາຍການ Video
    ງານພົບປະສົນທະນານາຍທະຫານໜຸ່ມສອງປະເທດ ຫວຽດນາມ - ລາວ
    ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມວາລະໄຂກອງປະຊຸມ WEF ທຽນຊີນ 2025
    ທ່ານພົນເອກ ຫງວຽນເຕິນເກືອງ ຢ້ຽມຢາມກູບາ ຢ່າງເປັນທາງການ
    ກະຊວງປ້ອງກັນປະເທດຫວຽດນາມ ແລະລາວ ຈັດຕັ້ງການແລກປ່ຽນວຽກງານການເງິນ
    ທ່ານພົນເອກ ຟານວັນຢາງ ຢ້ຽມຢາມ ແລະອວຍພອນໜັງສືພິມກອງທັບປະຊາຊົນ
    ລາຍການ Audio

    ລາຍການ Audio ວັນທີ 4 ກັນຍາ

    ລາຍການ Audio ວັນທີ 3 ກັນຍາ

    ລາຍການ Audio ວັນທີ 19 ກໍລະກົດ

    ຂ່າວໜ້າສົນໃຈ
    • ຄະນະນາຍທະຫານໜຸ່ມກອງທັບປະຊາຊົນລາວ ພົບປະແລກປ່ຽນ ກັບຕໍາຫຼວດທະເລເຂດ 2
    • ອີຣານ ຈັດພິທີສົບໃຫ້ຜູ້ປະສົບເຄາະຮ້າຍທີ່ເສຍຊີວິດໃນການປະທະກັນກັບ ອິດສະຣາແອັນ
    • ສ້າງຂົວເຊື່ອມຕໍ່ຮ່ວມມືດ້ານການເງິນ ຫວຽດນາມ - ອັງກິດ
    • ເພີ່ມທະວີການຮ່ວມມືຍຸດທະສາດ ຫວຽດນາມ-UNESCO
    • ເປີດງານມະຫາກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ 2025 ຢູ່ລາວ: ການເຊື່ອມຕໍ່ - ຄວາມຍືນຍົງ - ຄວາມຈະເລີນຮຸ່ງເຮືອງ
    • ລາວ ຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວກັບບັນດາປະເທດອະນຸພາກພື້ນແມ່ນໍ້າຂອງ
    ການເມືອງ
    ຂ່າວ
    ບັນຫາຕ່າງໆ
    ບົດນຳ
    ຕ້ານການຫັນປ່ຽນໂດຍສັນຕິ
    ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ
    ຂ່າວ
    ພົວພັນຕ່າງປະເທດດ້ານປ້ອງກັນຊາດ
    ຊາຍແດນ, ທະເລ, ໝູ່ເກາະ
    ສາຍພົວພັນຫວຽດນາມ - ລາວ
    ຂ່າວ
    ຂົວເຊື່ອມຕໍ່ມິດຕະພາບ
    ເສດຖະກິດ - ສັງຄົມ
    ຂ່າວ
    ບັນຫາຕ່າງໆ
    ນະໂຍບາຍ
    ການຮ່ວມມືລົງທຶນ
    ວັດທະນະທຳ - ສຶກສາ - ກິລາ
    ຂ່າວ
    ວັດທະນະທຳ
    ສຶກສາ
    ກິລາ
    ປະເທດຊາດ ແລະ ຜູ້ຄົນ
    ອາຫານການກິນ
    ພູມລໍາເນົາ ແລະ ຜູ້ຄົນ
    ສີສັນບັນດາເຜົ່າຫວຽດນາມ - ລາວ
    ຂ່າວຕ່າງປະເທດ
    ຂ່າວ
    ອາຊຽນ
    ຂ່າວຕ່າງປະເທດ
    ປະຫວັດສາດ - ມູນເຊື້ອ
    ເຫດການ - ພະຍານຫຼັກຖານ
    ຂໍ້ມູນນັກຮົບເສຍສະຫຼະຊີວິດເພື່ອຊາດ
    ຫົວໜ້າບັນນາທິການ: ພົນຈັດຕະວາ  DOAN XUAN BO
    ຮອງຫົວໜ້າບັນນາທິການ: ພັນເອກພິເສດ NGUYEN HONG HAI
    ຮອງຫົວໜ້າບັນນາທິການ: ພັນເອກພິເສດ TRAN ANH TUAN
    ຮອງຫົວໜ້າບັນນາທິການ: ພັນເອກພິເສດ LE NGOC LONG
    ຮອງຫົວໜ້າບັນນາທິການ: ພັນເອກພິເສດ NGO ANH THU
    ប្រធានការិយាល័យកាសែតកងទ័ពប្រជាជនអនឡាញ: វរសេនីយ៍ឯក TRINH VAN DUNG
    ໜັງສືອະນຸຍາດ  : 51/GP-CBC 10-6-2021
    ສໍານັກງານໜັງສືພິມ ກອງທັບປະຊາຊົນຫວຽດນາມ
    ເຮືອນເລກທີ 7 Phan Dinh Phung - Hoan Kiem - Ha Noi
    ໂທລະສັບ: (84 - 24) 3747 1748 / 3747 1029 
    ແຟັກ: (84 - 24) 3747 4913
    ອີແມວ: dientubqd@gmail.com
    go top