ພິທີເຄົາລົບທຸງຊາດໃນຕອນເຊົ້າວັນຈັນຂອງທຸກໆອາທິດ. ພາບ: qdnd.vn
ການເຄື່ອນທັບອອກສູ່ສະໜາມຫັດແອບ. ພາບ: qdnd.vn
“ຕາກແດດ, ຕາກຝົນຝຶກແອບຢູ່ສະໜາມດ້ວຍຄວາມເມົາມົວຫຼົງໄຫຼ. ພາບ: qdnd.vn
ຫັດແອບຍຸດທະວິທີທະຫານຮາບ. ພາບ: qdnd.vn
ຫັດແອບການໂຍນໝາກແຕກ. ພາບ: qdnd.vn
ເວລາພັກຜ່ອນໃນສະໜາມຫັດແອບ. ພາບ: qdnd.vn
ພະນັກງານ ຍາມໃດກໍໃກ້ຊິດຕິດແທດເພື່ອຊ່ວຍໃຫ້ນັກຮົບຍົກສູງຄວາມສາມາດປະຕິບັດ. ພາບ: qdnd.vn
ເກັບຮັກສາອາວຸດຍຸດໂທປະກອນ ພາຍຫຼັງການຫັດແອບ. ພາບ: qdnd.vn
ຕັ້ງໜ້າເພີ່ມພູນຜະລິດຜົນປົວແປງຊີວິດການເປັນຢູ່. ພາບ: qdnd.vn
ແປຮູບຜະລິດຕະພັນກ່ອນທີ່ຈະສົ່ງເຂົ້າເຮືອນຄົວລວມ. ພາບ: qdnd.vn
ອອກກໍາລັງກາຍເພື່ອຮັກສາສຸຂະພາບ. ພາບ: qdnd.vn
ເບິ່ງໜັງໃນເວລາພັກຜ່ອນ. ພາບ: qdnd.vn
ຖອດຖອນບົດຮຽນໃນວຽກງານຄຸ້ມຄອງແນວຄິດທະຫານ. ພາບ: qdnd.vn
ການເຄື່ອນໄຫວແຂ່ງຂັນ, ຍ້ອງຍໍຊົມເຊີຍວຽກດີຄົນເດັ່ນໄດ້ປະຕິບັດຢ່າງເປັນປົກກະຕິຢູ່ກະດານຂ່າວ. ພາບ: qdnd.vn
ການຈັດຕັ້ງ “ວັນເກີດໃຫ້ເພື່ອນຮ່ວມກອງ” ໄດ້ສ້າງຄວາມປະທັບໃຈໃນຊຸມວັນເຂົ້າເປັນທະຫານ. ພາບ: qdnd.vn
ກປ.ອອນໄລ - ປີ 2021, ກອງພັນ 355 (ທະຫານເຮືອເຂດ 3) ໄດ້ຮັບເອົານັກຮົບ ແລະຝຶກແອບນັກຮົບໃໝ່ ເຊິ່ງ ສ່ວນຫຼາຍມີບ້ານເກີດຢູ່ແຂວງ, ນະຄອນ: ຮ່າຕິ້ງ, ກວ໋າງບິ່ງ ແລະດ່ານັ້ງ. ພາຍຫຼັງກວ່າໜຶ່ງເດືອນທີ່ໄດ້ຝຶກຝົນຫຼໍ່ຫຼອມໃນສະພາບແວດລ້ອມຂອງກອງທັບ, ຄວາມແປກໃໝ່, ຄວາມຄິດຮອດຄິດເຖິງບ້ານເກີດ, ຄິດຮອດພໍ່ແມ່ຂອງນັກຮົບໃໝ່ໄດ້ຫາຍໄປໃນທັນທີ ຍ້ອນຄວາມໃກ້ຊິດຕິດ ແທດຂອງຖັນແຖວພະນັກງານກົມກອງ. ໃນຊຸມວັນເດືອນເມສານີ້, ບັນດານັກຮົບໃໝ່ ບໍ່ພຽງແຕ່ຕັ້ງໜ້າ “ຝຶກແອບເກັ່ງ ແລະຈິງຈັງ” ເທົ່ານັ້ນ ຫາກຍັງເຂົ້າຮ່ວມການເຄື່ອນໄຫວຂອງກົມກອງຢ່າງຟົດຟື້ນອີກດ້ວຍ.
ໜັງສືພິມກອງທັບປະຊາຊົນເອເລັກໂຕນິກ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບການເຄື່ອນໄຫວຂອງນັກຮົບໃໝ່ຢູ່ກອງພັນ 355.
ໂດຍ: ໄຊຊະນະ
Type the code from the image