ທ່ານພັນໂທ ຈີ້ງໝີ໊ຮວ່າ, ຜູ້ອໍານວຍການໂຮງໝໍກາງສະໜາມຂັ້ນ 2 ເລກ 3 ແນະນໍາກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງໂຮງໝໍ. ພາບ: qdnd.vn.
ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ສົມທົບກັນຝຶກແອບເນື້ອໃນດ້ານວິຊາການ, ວິຊາສະເພາະຢ່າງເຂັ້ມງວດ. ພາບ: qdnd.vn.
ການຝຶກແອບເນື້ອໃນຂົນສົ່ງຜູ້ປະສົບເຄາະຮ້າຍ. ພາບ: qdnd.vn.
ປະຕິບັດການຝຶກແອບປະຖົມພະຍາບານທາງອາກາດ. ພາບ: qdnd.vn.
ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ຮັບການແນະນໍາ, ກວກກາໃນແຕ່ລະເນື້ອໃນ ຈາກບັນດາອົງການກ່ຽວຂ້ອງ ເພື່ອຮັບປະກັນໃຫ້ຖືກຕ້ອງກັບຄວາມຮຽກຮ້ອງຕ້ອງການຜັນຂະຫຍາຍຂອງ ສປຊ. ພາບ: qdnd.vn.
ປຶກສາຫາລືຕາມຮູບການເປັນກຸ່ມ ແມ່ນວິທີການຮຽນທີ່ມີປະສິດທິຜົນຂອງພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3. ພາບ: qdnd.vn.
ນອກຈາກເນື້ອໃນຝຶກແອບດ້ານການແພດແລ້ວ, ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຍັງໄດ້ຝຶກແອບກ່ຽວກັບເນື້ອໃນການທະຫານຕື່ມອີກ. ພາບ: qdnd.vn.
ປະຕິບັດການປຸງແຕ່ງດ້ວຍເຕົາຮວ່າງເກິ່ມ. ພາບ: qdnd.vn.
ປະຕິບັດການແຂວນອຸ່ຜ້າໃນຂະນະເຄື່ອນທັບ. ພາບ: qdnd.vn.
ການຮຽນພາສາຕ່າງປະເທດ ແມ່ນເນື້ອໃນນໍາມາເຊິ່ງຄວາມຕື້ນຕັນໃຈໃຫ້ບັນດາພະນັກງານ, ພາລະກອນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3. ພາບ: qdnd.vn.
ຄວາມເຂົ້າໃຈກ່ຽວກັບເຕັກນິກຂອງລົດຈັກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຢູ່ຄະນະປະຕິບັດງານ. ພາບ: qdnd.vn.
ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ສົມທົບກັບບັນດາກົມກອງປະຕິບັດການເຄື່ອນໄຫວທາງສັງຄົມຢູ່ໂຮງໝໍກອງທັບ 175. ພາບ: qdnd.vn.
ການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ກ່ອນທີ່ຈະອອກເດີນທາງ. ພາບ: qdnd.vn.
ບັນດານັກຊ່ຽວຊານອົດສະຕາລີ ໜູນຊ່ວຍພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຫຸ້ມຫໍ່ສິນຄ້າໃຫ້ການເດີນທາງ. ພາບ: qdnd.vn.
ທະຫານຍິງຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ມີຄວາມເຊື່ອໝັ້ນຕົນເອງເມື່ອອອກເດີນທາງ. ພາບ: qdnd.vn.
ຫົວໜ້າກົມຮັກສາສັນຕິພາບຫວຽດນາມ, ໂຮງໝໍກອງທັບ 175 ພ້ອມກັບພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຖ່າຍຮູບທີ່ລະນຶກຢູ່ອະນຸສາວະລີປະທານໂຮ່ຈີມິນ (ເມືອງ 1, ນະຄອນໂຮ່ຈີມິນ). ພາບ: qdnd.vn.
ກປ.ອອນໄລ - ໂດຍຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບຫຼາຍຢ່າງ, ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ປະຕິບັດສໍາເລັດບັນດາເນື້ອໃນຝຶກແອບດ້ານວິຊາສະເພາະ, ພາສາຕ່າງປະເທດ, ບັນດາເນື້ອໃນການທະຫານ, ທັກສະໃນການດຳລົງຊີວິດ... ໄດ້ເປັນຢ່າງດີ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ. 100% ພະນັກງານ, ພາລະກອນໂຮງໝໍກາງສະໜາມຂັ້ນ 2 ເລກ 3 ແມ່ນມີຄວາມອຸ່ນອ່ຽນໃຈ, ເສີມຂະຫຍາຍຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່ຢູ່ຄະນະປະຕິບັດງານ ໃຫ້ເປັນຢ່າງດີ.
ໜັງສືພິມກອງທັບປະຊາຊົນອອນລາຍ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບວິວັດການຝຶກແອບ ເພື່ອກະກຽມຜັນຂະຫຍາຍໂຮງໝໍກາງສະໜາມຂັ້ນ 2 ເລກ 3.
ໂດຍ: ທູຈາງ
Type the code from the image