ວັກຊິນ AstraZeneca ແມ່ນວັກຊິນປ້ອງກັນພະຍາດໂຄວິດ-19 ທຳອິດຢູ່ຫວຽດນາມ. ພາບ: qdnd.vn
ວັກຊິນໄດ້ຮັກສາໄວ້ໃນລົດແອເຢັນ. ພາບ: qdnd.vn
ບັນດາເປົ້າໝາຍບຸລິມະສິດໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ແຂວງຫາຍເຢືອງ. ພາບ: qdnd.vn
ຂອດກວດວັກຊິນໄດ້ດຳເນີນຢ່າງລະອຽດ ແລະຮອບຄອບຖີ່ຖ້ວນ. ພາບ: qdnd.vn
ບັນດາຜູ້ທຳອິດໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ແຂວງຫາຍເຢືອງ. ພາບ: qdnd.vn
ວັກຊິນ AstraZeneca. ພາບ: qdnd.vn
ໃຫ້ຄຳປຶກສາກ່ອນທີ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ. ພາບ: qdnd.vn
ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດຢູ່ໂຮງໝໍພະຍາດເຂດຮ້ອນສູນກາງ. ພາບ: qdnd.vn
ວັກຊິນໄດ້ຮັບການຮັກສາ ແລະຂົນສົ່ງຖືກຕາມຂັ້ນຕອນຢ່າງເຄັ່ງຄັດ. ພາບ: qdnd.vn
ກປ.ອອນໄລ - ຕອນເຊົ້າວັນທີ 8 ມີນາ, ທີ່ນະຄອນຫຼວງຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະແຂວງຫາຍເຢືອງ ໄດ້ດຳເນີນການສັກວັກຊິນປ້ອງກັນພະຍາດໂຄວິດ-19 AstraZeneca ເຂັມທຳອິດ.
ຢູ່ຮ່າໂນ້ຍ, ສະຖານທີ່ສັກວັກຊິນແມ່ນໂຮງໝໍພະຍາດເຂດຮ້ອນສູນກາງ; ຢູ່ນະຄອນໂຮ່ຈີມິນ ແມ່ນໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ; ຢູ່ແຂວງຫາຍເຢືອງ ແມ່ນສູນສາທາລະນະສຸກນະຄອນຫາຍເຢືອງ ແລະສູນສາທາລະນະສຸກເມືອງກິມແທັ່ງ.
ໃນການສັກວັກຊິນຄັ້ງນີ້, ກະຊວງສາທາລະນະສຸກໄດ້ບຸລິມະສິດໃຫ້ແກ່ບັນດາເປົ້າໝາຍຖືກຕາມມະຕິສະບັບເລກທີ 21 ຂອງລັດຖະບານ ແລະເປົ້າໝາຍເຂົ້າຮ່ວມການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ໂດຍກົງ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບໃນການສັກວັກຊິນປ້ອງກັນພະຍາດໂຄວິດ-19 AstraZeneca ເຂັມທຳອິດ.
ໂດຍ: ທະນາພອນ
Type the code from the image