ຄວາມແຂງແຮງ. ພາບ: ຊວນຈິ໊ງ.
ຜູ້ໃດໄວກວ່າ?. ພາບ: ຊວນຈິ໊ງ.
“ຜູ້ແປດຂີດ” ພົບກັບ “ຜູ້ເຄິ່ງກິໂລ”. ພາບ: ຊວນຈິ໊ງ.
ປັດໝາກບານຢ່າງຄ່ອງແຄ້ວ. ພາບ: ຊວນຈິ໊ງ.
ນ້ອງແມ່ນ Tsubasa. ພາບ: ຊວນຈິ໊ງ.
ຜູ້ຍິງເຜົ່າຊ໊ານຈີ໋ ຢູ່ຮຸກດົ້ງ ມີເຕັກນິກສ່ວນຕົວດີພໍສົມຄວນ. ພາບ: ຊວນຈິ໊ງ.
ສົ່ງບານມາໃຫ້ນ້ອງ. ພາບ: ຊວນຈິ໊ງ.
ຕາມປົກກະຕິຜູ້ຮັກສາປະຕູບໍ່ໃສ່ຖົງມື. ພາບ: ຊວນຈິ໊ງ.
ເພື່ອຈຳແນກນັກກິລາໄດ້ທັງສອງທີມ, ຜູ້ເຊຍຈະເບິ່ງຖົງຕີນ. ພາບ: ຊວນຈິ໊ງ.
ຮອຍຍິ້ມທີ່ຍິ້ມແຍ້ມແຈ່ມໃສຂອງຜູ້ຮັກສາປະຕູ. ພາບ: ຊວນຈິ໊ງ.
ກປ.ອອນໄລ - ກິລາບານເຕະຍິງບໍ່ແມ່ນສິ່ງແປກປະຫຼາດສຳລັບແຟນບານ, ບັນດາຮູບພາບຂອງຊຸມຜູ້ສາວເຕະບານໃນໄລຍະມໍ່ໆມານີ້ຢູ່ຕາແສງຮຸກດົ້ງ (ບິ່ງລຽວ, ກວ໋າງນິງ) ອາດຈະເຮັດໃຫ້ຫຼາຍຄົນແປກໃຈ, ເມື່ອເຂົາເຈົ້ານຸ່ງຊຸດກະໂປງສີດຳທີ່ເປັນເອກະລັກສະເພາະລົງສະໜາມແຂ່ງຂັນ.
ວັນທຳມະດາ, ແມ່ຍິງຊົນເຜົ່າຊ໊ານຈີ໋ ທີ່ດຳລົງຊີວິດຢູ່ໃນບ້ານ, ເຂົາເຈົ້າກໍ່ຄືກັບປະຊາຊົນຜູ້ອື່ນໆທີ່ເຂົ້າປ່າ, ເຮັດນາ. ກ່ອນວັນບຸນຫຼາຍອາທິດ, ເອື້ອຍນ້ອງເຜົ່າຊ໊ານຈີ໋ ຢູ່ຕາມບ້ານແຫ່ງຕ່າງໆໃນຕາແສງໄດ້ເອີ້ນກັນໄປຊ້ອມເຕະບານເພື່ອກະກຽມຊິງຂັນໜຶ່ງດຽວໃນປີ. ເລື່ອງແມ່ຍິງເຜົ່າຊ໊ານຈີ໋ ນຸ່່ງຊຸດກະໂປງພື້ນເມືອງລົງສະໜາມແຂ່ງຂັນເຕະບານໄດ້ສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງງານບຸນ. ການຈັດຕັ້ງການແຂ່ງຂັນໄດ້ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ນີ້ແມ່ນກິດຈະກຳທີ່ສະແດງໃຫ້ເຫັນຈິດໃຈກິລາກາຍຍະກຳທີ່ມີຄວາມເບີກບານມ່ວນຊື່ນ, ແຂງແຮງ ແລະໂຄສະນາເຜີຍແຜ່ການທ່ອງທ່ຽວຂອງປະຊາຊົນທ້ອງຖິ່ນ. ປີກາຍນີ້, ກົງກັບໂອກາດບຸນເຕັດ ແລະລະດູບານໃໝ່ວຽນມາ, ທີມບານເຕະຍິງເຜົ່າຊ໊ານຈີ໋ (ຕາແສງຮຸກດົ້ງ) ໄດ້ຈັດການແຂ່ງຂັນເຕະບານມິດຕະພາບມ່ວນທີ່ສຸດ, ສາມາດເອົາຊະນະທີມບານເຕະຍິງເຜົ່າຢາວ (ຕາແສງຫ໋າຍເຊີນ, ນະຄອນໝ໊ອງກ໊າຍ) ດ້ວຍ 4-1 ປະຕູ. ບຸນເຕັດປີນີ້, ປະຊາຊົນບິ່ງລຽວ ຫວັງວ່າອຳນາດການປົກຄອງທ້ອງຖິ່ນຈະຈັດການແຂ່ງຂັນເຕະບານມິດຕະພາບລະຫວ່າງທີມບານເຕະເຜົ່າຕ່າງໆຢູ່ໃນບໍລິເວນແຂວງ, ເພື່ອໃຫ້ບຸນເຕັດມີຄວາມເບີກບານມ່ວນຊື່ນ ແລະມີຄວາມໝາຍຕື່ມອີກ.
ໂດຍ: ແສງເດືອນ
Type the code from the image