ຖະໜົນ ຫງວຽນຈີ໊ແທັງ ຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍທຸງຊາດ, ທຸງພັກ ແລະດອກໄມ້. ພາບ: qdnd.vn.
ມູມໜຶ່ງຢູ່ຖະໜົນແທັງນຽນ ໄດ້ຮັບການປະດັບປະດາດ້ວຍທຸງຊາດ, ທຸງພັກ ແລະດອກໄມ້ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່. ພາບ: qdnd.vn.
ບັນຍາກາດອັນຟົດຟື້ນມ່ວນຊື່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຢູ່ຕາມເສັ້ນທາງສາຍຕ່າງໆຂອງນະຄອນຫຼວງຮ່າໂນ້ຍ. ພາບ: qdnd.vn.
ຄະນະພິທີການກອງທັບຝຶກແອບຮັບໃຊ້ກອງປະຊຸມໃຫຍ່. ພາບ: qdnd.vn.
ສຳລັບບັນດາພະນັກງານ, ນັກຮົບເມື່ອໄດ້ຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແມ່ນຄວາມເປັນກຽດ ແລະຄວາມເອກອ້າງທະນົງໃຈ. ພາບ: qdnd.vn.
ບັນຍາກາດພາຍໃນຫໍປະຊຸມແຫ່ງຊາດ, ບ່ອນດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ. ພາບ: qdnd.vn.
ຢູ່ນອກຫໍປະຊຸມແມ່ນບັນດາເຂດວາງສະແດງປຶ້ມ, ໜັງສືພິມ, ຮູບພາບເພື່ອຮັບໃຊ້ກອງປະຊຸມໃຫຍ່. ພາບ: qdnd.vn.
ສື່ສິ່ງພິມໜັງສືພິມກອງທັບປະຊາຊົນໄດ້ວາງສະແດງ ຢູ່ເຂດວາງສະແດງສື່ມວນຊົນ. ພາບ: qdnd.vn.
ງານວາງສະແດງຮູບພາບດ້ວຍຫຼາຍຮູບພາບປະຫວັດສາດຂອງບັນດາກອງປະຊຸມໃຫຍ່. ພາບ: qdnd.vn.
ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກຄະນະຈັດຕັ້ງ. ພາບ: qdnd.vn.
ບັນດາພາຫະນະຂົນສົ່ງຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ຮັບການກວດກາດ້ານເຕັກນິກປອດໄພຢ່າງແໜ້ນແຟ້ນ. ພາບ: qdnd.vn.
ຮັບປະກັນການຄົມມະນາຄົມເພື່ອຮັບໃຊ້ກອງປະຊຸມໃຫຍ່. ພາບ: qdnd.vn.
ບັນຍາກາດພາຍນອກຫໍປະຊຸມແຫ່ງຊາດຍາມຄໍ່າ. ພາບ: qdnd.vn.
ກປ.ອອນໄລ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ແມ່ນໜຶ່ງໃນບັນດາເຫດການການເມືອງສໍາຄັນ, ແມ່ນວັນບຸນໃຫຍ່ຂອງປະເທດຊາດ. ນະຄອນຫຼວງຮ່າໂນ້ຍ ແມ່ນບ່ອນດໍາເນີນກອງປະຊຸມໃຫຍ່ໃນລະຫວ່າງວັນທີ 25 ມັງກອນ ຫາວັນທີ 2 ກຸມພາ 2021. ປະຈຸບັນ, ທຸກວຽກງານກະກຽມໄດ້ສໍາເລັດ, ຢູ່ຕາມຖະໜົນຫົນທາງສາຍຕ່າງໆຂອງນະຄອນຫຼວງ ລ້ວນແຕ່ຮຸ່ງເຮືອງເຫຼືອງເຫຼື້ອມດ້ວຍທຸງຊາດ, ທຸງພັກ ແລະດອກໄມ້...
ໜັງສືພິມກອງທັບປະຊາຊົນອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບນະຄອນຫຼວງຮ່າໂນ້ຍ ກ່ອນເວລາໄຂກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.
ໂດຍ: ເຈິ່ນຮວ່ຽນ
Type the code from the image