ທາດຫຼວງ - ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງທີ່ສຸດຢູ່ນະຄອນຫຼວງວຽງຈັນ. ພາບ: Vov.vn
ກຸງເກົ່າຫຼວງພະບາງ-ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດເມື່ອໄປທ່ອງທ່ຽວຢູ່ລາວ ແລະນະຄອນມໍລະດົກນີ້. ພາບ: Vov.vn
ນໍ້າຕົກຕາດກວາງຊີ. ພາບ: Vov.vn
ຜາສາດຫີນວັດພູ, ຈຳປາສັກ -ມໍລະດົກວັດທະນະທໍາໂລກ, ຜາສາດຫີນເກົ່າແກ່ທີ່ສຸດຢູ່ໃນລາວ. ພາບ: Vov.vn
ນໍ້າຕົກຕາດຄອນພະເພັງ ສີ່ພັນດອນ. ພາບ: Vov.vn
ທົ່ງໄຫຫີນຊຽງຂວາງ-ສະຖານທີ່ທີ່ມີໄຫຫີນຂະໜາດໃຫຍ່ແລະນ້ອຍນັບຫຼາຍຮ້ອຍໜ່ວຍ. ພາບ: Vov.vn
ວັດຊຽງຄວນ-ສວນພະພຸດທະຮູບຢູ່ນະຄອນຫຼວງວຽງຈັນ. ພາບ: Vov.vn
ກປ.ອອນໄລ - ປະເທດລາວບໍ່ພຽງແຕ່ມີວັດວາອາຮາມເກົ່າແກ່ທີ່ມີຄຸນຄ່າທາງດ້ານວັດທະນະທຳ ແລະສາສະໜາເທົ່ານັ້ນ, ຫາກຍັງມີທັດສະນີຍະພາບທີ່ມີຊື່ສຽງຫຼາຍແຫ່ງ ຍ້ອນມີລະບົບທິວທັດ ທຳມະຊາດ, ແມ່ນໍ້າລຳເຊ ແລະຖໍ້າທີ່ອຸດົມສົມບູນ.
ການເດີນທາງໄປຄົ້ນຫາປະເທດລາວ ຍາມໃດກໍ່ແມ່ນຄວາມໄຝ່ຝັນດຶງດູດຈິດໃຈນັກທ່ອງທ່ຽວ. ຈົ່ງພ້ອມກັນໄປຄົ້ນຫາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງບາງແຫ່ງຂອງດິນແດນແຫ່ງດອກຈຳປາ.
ໂດຍ: ທະນາພອນ
Type the code from the image