ຫ້ອງຈຸນລະຊີບບັນດາແຫຼ່ງເຊື້ອພະຍາດຂອງສະຖາບັນຄົ້ນຄວ້າແພດສາດການທະຫານ, ວິທະຍາຄານການແພດກອງທັບຍາມໃດກໍ່ໄຕ້ໄຟ. ພາບ: qdnd.vn.
ວິວັດການຄົ້ນຄວ້າ, ສໍາເລັດເຕັກໂນໂລຢີຜະລິດຕາມຂັ້ນຕອນຢ່າງເຂັ້ມງວດທີ່ສຸດ, ຊຸດ kit ໄດ້ຮັບການຜະລິດດ້ວຍເຕັກໂນໂລຢີການຜະລິດບັນລຸມາດຕະຖານ ISO 13485, ຫ້ອງທົດລອງກວດກາບັນລຸມາດຕະຖານ ISO Class 8. ພາບ: qdnd.vn.
ຊຸດ kit ໄດ້ຮັບການກວດກາບັນດາມາດຕະຖານຄວາມໄວ, ຄວາມຊັດເຈນ…, ຢູ່ຫ້ອງທົດລອງບັນລຸມາດຕະຖານຂອງບໍລິສັດຫຸຸ້ນສ່ວນເຕັກໂນໂລຢີຫວຽດອ໊າ ແລະວິທະຍາຄານການແພດກອງທັບ. ພາບ: qdnd.vn.
ທ່ານນາງຮ້ອຍເອກພິເສດ, ປອ ດິງທິທຸຮັ່ງ ພວມເຮັດວຽກຢູ່ຫ້ອງຈຸນລະຊີບ ແລະບັນດາແຫຼ່ງເຊື້ອພະຍາດ (ສະຖາບັນຄົ້ນຄວ້າແພດສາດການທະຫານ, ວິທະຍາຄານການແພດກອງທັບ) ແມ່ນໜຶ່ງໃນບັນດາສະມາຊິກຫຼັກແຫຼ່ງເຂົ້າຮ່ວມການປະຕິບັດຫົວເລື່ອງລະດັບຊາດ “ຄົ້ນຄວ້າປະດິດຊຸດ kit RT-PCR ແລະຊຸດ kit real-time RT-PCR ຄົ້ນພົບໄວຣັດ ໂຄໂຣນາ ສາຍພັນໃໝ່ (2019-nCoV)”. ພາບ: qdnd.vn.
ພະນັກງານຫ້ອງຈຸນລະຊີບບັນດາແຫຼ່ງເຊື້ອພະຍາດຂອງສະຖາບັນຄົ້ນຄວ້າແພດສາດການທະຫານເມົາມົວກັບການຄົ້ນຄ້ວາ. ພາບ: qdnd.vn.
ທ່ານພັນເອກ ໂຮ່ແອັງເຊີນ, ຮອງຫົວໜ້າສະຖາບັນຄົ້ນຄວ້າແພດສາດການທະຫານ, ວິທະຍາຄານການແພດກອງທັບ, ຫົວໜ້າຫົວເລື່ອງຄົ້ນຄວ້າ ແລະທ່ານນາງຮ້ອຍເອກພິເສດ, ປອ ດິງທິທຸຮັ່ງ ພວມກວດກາ, ແນະນໍາພາລະກອນຄົ້ນຄວ້າ. ພາບ: qdnd.vn.
ຊຸດ kit ຄົ້ນພົບໄວເຊື້ອພະຍາດ Covid-19 ພວມໄດ້ຮັບການຄົ້ນຄວ້າ ແລະພັດທະນາສໍາເລັດຈາກວິທະຍາຄານການແພດກອງທັບ ແລະບໍລິສັດຫຸ້ນສ່ວນເຕັກໂນໂລຢີຫວຽດອ໊າ ແລະມີ 20 ປະເທດພວມພິຈາລະນາຈອງຊື້ຊຸດ kit. ພາບ: qdnd.vn.
ເວລາພັກຜ່ອນທີ່ຫາຍາກຂອງພະນັກງານ, ພາລະກອນຫ້ອງຈຸນລະຊີບແຫຼ່ງເຊື້ອພະຍາດ. ພາບ: qdnd.vn.
ຊຸດ kit ຈະສົ່ງອອກໄປອີຣານ, ແຟງລັງ, ມາເລເຊຍ, ອູແກຣນ. ໃນນັ້ນ, ອີຣານ ຈອງຊື້ 200.000 test (4.000 ຊຸດ), ອູແກຣນ ຈອງຊື້ 15.000 test (300 ຊຸດ). ນະຄອນຮ່າໂນ້ຍ ກໍ່ຈອງຊື້ 200.000 test ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຮ່າໂນ້ຍ ແລະມອບໃຫ້ອີຕາລີ. ພາບ: qdnd.vn.
ທ່ານພັນເອກ ໂຮ່ແອັງເຊີນ (ຊ້າຍ), ຮອງຫົວໜ້າສະຖາບັນຄົ້ນຄວ້າແພດສາດການທະຫານ, ວິທະຍາຄານການແພດກອງທັບ ແລກປ່ຽນບົດຮຽນກັບກຸ່ມຄົ້ນຄວ້າ. ພາບ: qdnd.vn.
ກປ.ອອນໄລ - ກະຊວງວິທະຍາຊາດ ແລະເຕັກໂນໂລຢີຫວຽດນາມ ຫາກໍ່ຈັດຕັ້ງການປະຊຸມຂ່າວເພື່ອປະກາດໝາກຜົນການຄົ້ນຄວ້າປະດິດຊຸດ kit real-time RT-PCR ຄົ້ນພົບໄວຣັດ ໂຄໂຣນາ ສາຍພັນໃໝ່ (nCoV). ດ້ວຍຫົວເລື່ອງ “ຄົ້ນຄວ້າປະດິດຊຸດ kit real-time RT-PCR ແລະ RT PCR ຄົ້ນພົບໄວຣັດ ໂຄໂຣນາ ສາຍພັນໃໝ່ (nCoV)” ໂດຍວິທະຍາຄານການແພດກອງທັບເປັນປະທານ, ສົມທົບກັບບໍລິສັດຫຸ້ນສ່ວນເຕັກໂນໂລຢີຫວຽດອ໊າ ປະຕິບັດ.
ໜັງສືພິມກອງທັບປະຊາຊົນຫວຽດນາມ ອອນໄລ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບສະຖາບັນຄົ້ນຄວ້າແພດສາດການທະຫານ, ວິທະຍາຄານການແພດກອງທັບ, ແຫ່ງຄົ້ນຄວ້າສໍາເລັດຊຸດ kit real-time RT-PCR.
ໂດຍ: ດັ້ງເກື່ອງ
Type the code from the image