ຕອນເຊົ້າຢູ່ເສັ້ນທາງແຄມທະເລດ້ວຍບັນຍາກາດທີ່ເຢັນສະບາຍ. ພາບ: qdnd.vn.
ຂົວກໍາປັ່ນ 914 ຢູ່ຕໍ່ໜ້າຕຶກອາຄານເຈົ້ານາຍຢູ່ເກາະ. ພາບ: qdnd.vn.
ອ້ອມຂ້າງກົນດາວ ມີຫຼາຍຫາດຊາຍທະເລ. ພາບ: qdnd.vn.
ແຫຼມປາສະຫຼາມ ໃນຍາມຮຸ່ງເຊົ້າ ແລະຍາມສາຍັນ. ພາບ: qdnd.vn.
ບັນດາຕົ້ນຫູກວາງເກົ່າແກ່, ໃບໄມ້ສີແດງພາຍໃຕ້ທ້ອງຟ້າສີຂຽວກໍ່ແມ່ນຄວາມງາມທີ່ ເປັນເອກະລັກສະເພາະຂອງກົນດາວ. ພາບ: qdnd.vn.
ເມື່ອໄປລຽບຕາມເສັ້ນທາງແຄມທະເລ, ແຂກທ່ອງທ່ຽວສາມາດຮັບຮູ້ໄດ້ຊີວິດການເປັນຢູ່ທີ່ລຽບງ່າຍຂອງປະຊາຊົນໃນເກາະ. ພາບ: qdnd.vn.
ກໍາປັ່ນຫາປາຂອງຊາວປະມົງກົນດາວ ເຂົ້າທຽບທ່າໃນຍາມແລງ. ພາບ: qdnd.vn.
ອ້ອມຂ້າງເຂດບໍລິຫານກ່ອນນີ້ຢູ່ເກາະ, ບັນດາຝາຮົ້ວ ໂດຍຄົນຝະລັ່ງກໍ່ສ້າງຍັງຄົງໄດ້ຮັບການຮັກສາຮູບເດີ່ມທີ່ເກົ່າແກ່, ສະຫງົບງຽບ. ພາບ: qdnd.vn.
ປ້ອມຍາມທີ່ຍັງເຫຼືອຕໍ່ໜ້າເຮືອນຄຸກຝູຫາຍ. ພາບ: qdnd.vn.
ຖະໜົນ ຕົນດຶກຖັ໋ງ, ເສັ້ນທາງງາມທີ່ສຸດຢູ່ກົນດາວ. ພາບ: qdnd.vn.
ກປ.ອອນໄລ - ບໍ່ພຽງແຕ່ມີຊື່ສຽງດ້ວຍສະຖານທີ່ທ່ອງທ່ຽວດ້ານຈິດວິນຍານເທົ່ານັ້ນ, ກົນດາວ (ເມືອງກົນດາວ, ແຂວງບ່າເຣ້ຍ-ຫວູງເຕົ່າ, ຫວຽດນາມ) ຍັງແມ່ນແຫ່ງທີ່ມີຄວາມສວຍງາມຫຼາຍຢ່າງ, ສ້າງຄວາມເມົາມົວໃຫ້ແກ່ຜູ້ມາຢາມອີກດ້ວຍ. ຄວາມສະຫງົບງຽບ ແລະຄວາມງາມແບບຫຼຸຫຼາໄດ້ສ້າງຄວາມດຶງດູດໃຫ້ແກ່ແຂກທ່ອງທ່ຽວເມື່ອມາຢ້ຽມຢາມແຫ່ງນີ້, ເຮັດໃຫ້ເຂົາເຈົ້າຈື່ຈໍາຕະຫຼອດ ແລະຍາມໃດກໍ່ຢາກມີໂອກາດໄດ້ກັບມາອີກ.
ໜັງສືພິມກອງທັບປະຊາຊົນອອນໄລຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານບາງຮູບພາບກ່ຽວກັບ ກົນດາວ .
ໂດຍ: ເກື່ອງດັ້ງ
Type the code from the image