leftcenterrightdel
ພະນັກງານກອງທ້ອນໂຮມ 337 ດໍາເນີນການຂຸດຄົ້ນອັດຖິ. ພາບ: qdnd.vn.

ໃນຊຸມປີຜ່ານມາ, ທຸກຂັ້ນ, ທຸກຂະແໜງການ, ກົມກອງ, ທ້ອງຖິ່ນໃນບໍລິເວນທະຫານເຂດ 4 ຍາມໃດກໍ່ຊາບຊຶມ ແລະຜັນຂະຫຍາຍວຽກງານຊອກຫາ, ທ້ອນໂຮມ ແລະກໍານົດອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນຢ່າງຕັ້ງໜ້າ, ຄົບຊຸດ, ມີປະສິດທິຜົນ. ໃນນັ້ນ, ພົ້ນເດັ່ນແມ່ນເພີ່ມທະວີວຽກງານຊີ້ນໍາ, ນໍາພາ, ແນະນໍາ, ສົມທົບກັນຜັນຂະຫຍາຍການປະຕິບັດ; ວຽກງານໂຄສະນາໄດ້ຮັບການຍູ້ແຮງ; ຕັ້ງໜ້າໃນການກວດກາ, ປັບປຸງສໍາເນົາເອກະສານ, ລາຍຊື່ນັກຮົບເສຍສະຫຼະຊີວິດເພື່ອຊາດ; ສະຫຼຸບບໍລິເວນ, ແຜນທີ່ຊອກຮູ້, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ຈັດຕັ້ງການສໍາຫຼວດ, ຊອກຫາ, ທ້ອນໂຮມບັນລຸຜົນງານທີ່ດີ. ນັບແຕ່ປີ 2013 ເຖິງປີ 2020, ທະຫານເຂດ 4 ໄດ້ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 2.766 ອັດຖິ; ເກັບເອົາ 5.702 ຕົວຢ່າງ ເພື່ອສະເໜີສັນລະສູດ ADN; ກໍານົດຂໍ້ມູນດ້ວຍວິທີພິສູດຢັ້ງຢືນໄດ້ 342 ຫຼຸມສົບ.

ເນື່ອງໃນໂອກາດນີ້, ກອງບັນຊາການທະຫານເຂດ 4 ໄດ້ມອບໃບຍ້ອງຍໍໃຫ້ 74 ໝູ່ຄະນະ, ບຸກຄົນສັງກັດກໍາລັງປະກອບອາວຸດທະຫານເຂດ 4 ແລະພະນັກງານ, ປະຊາຊົນ, ກໍາລັງປະກອບອາວຸດແຫ່ງ ສປປ ລາວ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມ ແລະກໍານົດອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນໄລຍະ 2013-2020...

ໂດຍ: ເກື່ອງດັ້ງ