ທ່ານພັນເອກພິເສດ ຫງວຽນດຶກຈວ໊ຽນເຄີຍແມ່ນຫົວໜ້າກອງຮ້ອຍສືບຂ່າວ - ຕິພິເສດ (ກອງພັນໃຫຍ່ 1, ກອງພົນ 2, ທະຫານເຂດ 5) ທີ່ສູ້ຮົບຢູ່ສະໜາມຮົບກວ້າງດ່າ ແລະທາງເລກ 9 ພາກໃຕ້ຂອງລາວ. ພາຍຫຼັງຜາບແພ້ບັ້ນຮົບລາມເຊີນ 719 ຂອງອາເມລິກາ, ປົດປ່ອຍພູພຽງບໍລິເວນ (ລາວ), ຂັ້ນເທິງໄດ້ຈັດໃຫ້ທ່ານໄປຮຽນຢູ່ພາກເໜືອ. ປີ 1974, ທ່ານ ຈວ໊ຽນ ກັບຄືນປະຕິບັດງານຢູ່ຫ້ອງສືບຂ່າວ, ທະຫານເຂດ 5  ຈົນຮອດເວລາພັກບໍານານ ໃນປີ 2007.

ເມື່ອຍັງປະຈຳການ, ທ່ານເຄື່ອນໄຫວຢູ່ 4 ແຂວງພາກໃຕ້ຂອງລາວ. ຍ້ອນກໍາ ແໜ້ນພູມີປະເທດ, ເວົ້າພາສາລາວໄດ້ດີ, ທັງມີສາຍພົວພັນສະໜິດສະໜົມກັບບັນດາຂະແໜງການກ່ຽວຂ້ອງຂອງປະເທດເພື່ອນລາວ ເພາະສະນັ້ນ ທ່ານພັນເອກພິເສດ ຫງວຽນດຶກຈວ໊ຽນ ໄດ້ມີການປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຊອກຫາ, ທ້ອນໂຮມ, ສົ່ງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ນັບພັນອັດຖິກັບຄືນປະເທດ. ທ່ານພັນເອກພິເສດ ຫງວຽນດຶກຈວ໊ຽນ ໃຫ້ຮູ້ວ່າ “ລະດູແລ້ງປີ 2011-2012, ຂ້າພະເຈົ້າ ພ້ອມກັບບັນດາເພື່ອນຮ່ວມກົມກອງໄປປະເທດລາວ ຊອກຫາອັດຖິນັກຮົບສືບຂ່າວທີ່ຂຶ້ນກັບກອງຮ້ອຍສືບຂ່າວ-ຕິພິເສດ 5 ຄົນທີ່ເສຍລະຫຼະຊີວິດໃນການສູ້ຮົບຢູ່ທາງເລກ 9 - ພາກໃຕ້ຂອງລາວ ໃນປີ 1971. ກວ່າ 40 ປີໄດ້ຜ່ານໄປ, ເຖິງວ່າຈື່ຈຳໄດ້ດີສະຖານທີ່ເຊິ່ງກົມກອງ ເຄີຍຕັ້ງທັບກໍ່ຕາມ, ແຕ່ພວກຂ້າພະເຈົ້າບໍ່ສາມາດກໍານົດໄດ້ທີ່ຕັ້ງຝັງສົບເທື່ອ. ເນີນພູເປົ່າຫວ່າງໃນເມື່ອກ່ອນ, ປັດຈຸບັນໄດ້ກາຍເປັນປ່າໄມ້ຂຽວອຸ່ມທຸ່ມ. ປີ 2013, ພວກຂ້າພະເຈົ້າກັບຄືນແຫ່ງນີ້, ໂດຍໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນ ແລະບັນດາກໍາລັງກ່ຽວຂ້ອງ, ສຸດທ້າຍ, ຂ້າພະເຈົ້າ ແລະບັນດາເພື່ອນຮ່ວມກົມກອງໄດ້ຊອກເຫັນຂຸມຝັງສົບນັກຮົບສືບຂ່າວ 5 ຄົນຢູ່ຕາມໂນນພູ, ໃນເມືອງເຊໂປນ, ແຂວງສະຫວັນນະເຂດ, ປະເທດລາວ”.

leftcenterrightdel
ພາບປະກອບຈາກ: baonghean.vn.

ປັດຈຸບັນ, ເຖິງວ່າໄດ້ມີອາຍຸກວ່າ 70 ປີແລ້ວກໍ່ຕາມ, ແຕ່ເມື່ອພວກຂ້າພະເຈົ້າໄປຢ້ຽມຢາມຄອບຄົວຂອງທ່ານ ຫງວຽນດຶກຈວ໊ຽນ ຢູ່ນະຄອນດ່ານັ້ງ, ຍັງເຫັນ ທ່ານພ້ອມດ້ວຍເມຍຂອງທ່ານແມ່ນນາງ ຫງວຽນທິກິມແອັງ (ອາຍຸ 65 ປີ) ພວມ ກະກຽມເຄື່ອງຂອງເພື່ອໄປອາໄລຫາເພື່ອນຮ່ວມກົມກອງຢູ່ສຸ້ສານນັກຮົບເສຍລະຫຼະຊີວິດໃນບໍລິເວນພາກກາງ. ທ່ານ ຈວ໊ຽນ ແບ່ງປັນວ່າ “ຂ້າພະເຈົ້າຈະໄປສຸສານນັກຮົບເສຍສະຫຼະຊີວິດຢູ່ເມືອງໂມ້ດຶກ (ແຂວງກວ້າງຫງ້າຍ) ແລະເມືອງບັກຈ່າມີ, ເມືອງຮຽບດຶກ (ແຂວງກວ້າງນາມ). ບ່ອນເຫຼົ່ານັ້ນເຄີຍແມ່ນສະໜາມຮົບທີ່ດຸເດືອດໃນສົງຄາມຕ້ານອາເມລິກາ ກູ້ຊາດຂອງຂ້າພະເຈົ້າ ແລະເພື່ອນຮ່ວມກົມກອງໃນອະດີດຕະການ. ນອກຈາກການຢ້ຽມຢາມ, ຖະຫວາຍທູບທຽນຢູ່ບັນດາສຸສານ, ຂ້າພະເຈົ້າຍັງເກັບກໍາຂໍ້ມູນເອກະສານຮັບໃຊ້ໃຫ້ການຊອກຫາ ຍາດຕິພີ່ນ້ອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ”.

ສໍາລັບບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັນກຳນົດໄດ້ລາຍຊື່, ທ່ານ ຈວ໊ຽນ ໄດ້ບັນທຶກຢ່າງລະອຽດກ່ຽວກັບເວລາ, ສະໜາມຮົບທີ່ໄດ້ເສຍສະຫຼະຊີວິດ. ຫຼັງຈາກນັ້ນ, ທ່ານສົມທົບກັບຫ້ອງນະໂຍບາຍ (ທະຫານເຂດ 5) ໄດ້ຈົດກ່າຍສໍາເນົາເອກະສານສົ່ງໃຫ້ບັນດາທ້ອງຖິ່ນ ເພື່ອຊອກຫາຍາດຕິພີ່ນ້ອງ ແລະກຳນົດລາຍຊື່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ມາຮອດປັດຈຸບັນ, ມີຫຼາຍຄອບຄົວຢູ່ພາກເໜືອໄດ້ຮູ້ຈັກເຖິງການກະທຳຂອງທ່ານ ເຂົາເຈົ້າໄດ້ສົ່ງສໍາເນົາເອກະສານ ເພື່ອໃຫ້ທ່ານຊອກຫາ, ໜູນຊ່ວນກໍານົດຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດ ເພື່ອຊາດ...

ໂດຍ: ທູຈາງ