ຕາງໜ້າການນໍາຄະນະພັກ ນະຄອນໂຮ່ຈິມິນ; ບັນດານາຍ ແລະພົນທະຫານ, ນັກຮົບວິລະຊົນກໍາລັງປະກອບອາວຸດປະຊາຊົນ, ການນໍາບັນດາອົງການ, ກົມກອງພາຍໃນ ແລະ ນອກກອງທັບຢູ່ເຂດພາກໃຕ້, ພ້ອມດ້ວຍນັກຂ່າວລຸ້ນຕ່າງໆ, ພະລາກອນຫ້ອງການຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນພາກໃຕ້ ຜ່ານບັນດາໄລຍະ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີ. ພາບ: ຮຸ່ງຄວາ

ຕາງໜ້າການນໍາຄະນະພັກ ນະຄອນໂຮ່ຈິມິນ, ທ່ານນາງ ເທິນທິທື, ກໍາມະການຄະນະປະຈໍາ, ຫົວໜ້າຄະນະໂຄສະນາສຶກສານະຄອນ ໂຮ່ຈິມິນ ໄດ້ກ່າວຄໍາເຫັນອວຍພອນ ແລະຢືນຢັນວ່າ: ໃນຕະຫຼອດເວລາ 40 ປີຜ່ານມາ, ນັບແຕ່ໜັງສືພິມກອງທັບປະຊາຊົນ ເປີດຫ້ອງການຜູ້ຕາງໜ້າພາກໃຕ້ຢູ່ນະຄອນ ໂຮ່ຈິມິນ, ໜັງສືພິມຍາມໃດກໍ່ເປັນຄັນທຸງຕະລຸມບອນທາງດ້ານແນວຄວາມຄິດວັດທະນະທໍາ, ຊ່ວຍໃຫ້ອົງຄະນະພັກ, ອໍານາດການປົກຄອງນະຄອນ ມີແຫຼ່ງຂໍ້ມູນຂ່າວສານສໍາຄັນຕົວຈິງຕື່ມອີກ ເພື່ອນໍາພາ, ຊີ້ນໍາດໍາເນີນວຽກງານແນວຄິດທີ່ບັນລຸໄດ້ປະສິດທິຜົນຢ່າງແທດຈິງ.

ໜັງສືພິມເປັນສິ່ງທີ່ບໍ່ສາມາດຂາດໄດ້ຂອງການນໍານະຄອນ, ໂດຍສະເພາະແມ່ນສໍາລັບກໍາລັງປະກອບອາວຸດ ແລະຖັນແຖວພະນັກງານທີ່ເຮັດວຽກງານໂຄສະນາສຶກສາຂັ້ນຕ່າງໆ. ໃນຊຸມປີມໍ່ໆມານີ້, ຄະນະພັກນະຄອນ ໂຮ່ຈິມິນ ແລະໜັງສືພິມກອງທັບປະຊາຊົນໄດ້ລົງນາມໃນແຜນການສົມທົບວຽກງານ, ໂດຍຫ້ອງການຜູ້ຕາງໜ້າພາກໃຕ້ ປະຕິບັດໂດຍກົງພາຍໃຕ້ການຊີ້ນໍາ, ນໍາພາຂອງຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ ແລະຄະນະໂຄສະນາສຶກສານະຄອນ ໂຮ່ຈິມິນ. ໜັງສືພິມ ກອງທັບປະຊາຊົນ ໄດ້ສ່ອງແສງໃຫ້ເຫັນບັນດາການເຄື່ອນໄຫວ ແລະຜົນງານຂອງອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປະກອບອາວຸດນະຄອນຢ່າງຮອບດ້ານ; ປຸກລະດົມ, ຍ້ອງຍໍບັນດາປັດໃຈໃໝ່; ຕໍ່ສູ້ຢ່າງເດັດດ່ຽວກັບບັນດາປະກົດການທີ່ຜິດພາດ, ກົນອຸບາຍຍຸດທະສາດ “ການຫັນປ່ຽນໂດຍສັນຕິ”, ບັນດາປະກົດການ “ການຫັນປ່ຽນດ້ວຍຕົນເອງ”, “ການປ່ຽນແປງດ້ວຍຕົນເອງ”, ປົກປ້ອງພັກ, ປົກປ້ອງລະບອບສັງຄົມນິຍົມ ແລະຊີວິດຂອງປະຊາຊົນ; ສະເໜີບັນດາມາດຕະການ ເພື່ອສ້າງນະຄອນໃຫ້ມີຄຸນນະພາບໃນການດໍາລົງຊີວິດທີ່ດີ, ມີຄວາມສີວິໄລ, ທັນສະໄໝ, ມີສາຍຈິດມິດໃຈ. ການນໍານະຄອນຍາມໃດກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ພະນັກງານ, ນັກຂ່າວຂອງຫ້ອງການຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນພາກໃຕ້ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.

ທ່ານພົນຈັດຕະວາ ຟ້າມວັນຮ໋ວນ, ເລຂາຄະນະພັກ, ຫົວໜ້າຄະນະບັນນາທິການໃຫຍ່ ໜັງສືພິມກອງທັບປະຊາຊົນ ໄດ້ກ່າວຄໍາເຫັນ, ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄວາມເອົາໃຈໃສ່, ສະໜັບສະໜູນ, ຊ່ວຍເຫຼືອຂອງອົງຄະນະພັກ, ອໍານາດການປົກຄອງ, ທະຫານ, ປະຊາຊົນ ນະຄອນທີ່ໄດ້ໃສ່ຊື່ລຸງໂຮ່ ທີ່ແສນເຄົາລົບຮັກ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ບັນດາກົມກອງກໍາລັງປະກອບອາວຸດຢູ່ພາກໃຕ້, ການຮ່ວມເດີນທາງຂອງຖັນແຖວຜູ້ຮ່ວມງານ, ນັກຂ່າວ, ການປະກອບສ່ວນອັນໃຫຍ່ຫຼວງຂອງບັນດານັກຂ່າວອາວຸໂສ, ບັນດາພະນັກງານ, ນັກຂ່າວລຸ້ນຕ່າງໆຂອງຫ້ອງການຜູ້ຕາງໜ້າພາກໃຕ້ໃນຕະຫຼອດໄລຍະ 4 ທົດສະວັດທີ່ຜ່ານມາ.

ປັດຈຸບັນ, ໜັງສືພິມກອງທັບປະຊາຊົນ ໄດ້ ແລະກໍາລັງສ້າງ, ພັດທະນາຕາມທິດເປັນອົງການສື່ມວນຊົນຫຼາຍຮູບຫຼາຍແບບ, ແມ່ນໜຶ່ງໃນບັນດາອົງການສື່ມວນຊົນຮັກສາບົດບາດການກໍານົດທິດຫາງສຽງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານແນວຄິດຂອງພັກໃນໄລຍະໃໝ່.

ທ່ານຫົວໜ້າບັນນາທິການໃຫຍ່ ປາດຖະໜາວ່າພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນທຸກຄົນເວົ້າລວມ, ຫ້ອງການຜູ້ຕາງໜ້າພາກໃຕ້ເວົ້າສະເພາະ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອຂອງຮຸ່ນກ່ອນ, ສູ້ຊົນຈົນສຸດຄວາມສາມາດຂອງຕົນເພື່ອໜັງສືພິມກອງທັບປະຊາຊົນ, ບໍ່ພຽງແຕ່ຍ້ອນຄວາມເກັ່ງກ້າສາມາດ, ພູມປັນຍາເທົ່ານັ້ນ ຫາກຍັງແມ່ນຍ້ອນຈັນຍາບັນ, ຄວາມຮັບຜິດຊອບອີກດ້ວຍ; ເອົາໃຈໃສ່ເປັນພິເສດ ເຖິງການສ້າງນໍ້າໃຈສາມັກຄີ, ຄວາມເປັນເອກະພາບ, ສູ້ຊົນເພື່ອຫຼັກມູນ, ເປົ້າໝາຍ ແລະການພັດທະນາຂອງໜັງສືພິມ.

ທ່ານຫົວໜ້າບັນນາທິການໃຫຍ່ ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ, ຊ່ວຍເຫຼືອຈາກຄະນະພັກ, ອໍານາດການປົກຄອງ, ບັນດາອົງການ, ກົມກອງພາຍໃນ ແລະນອກກອງທັບ, ສ້າງກໍາລັງໜູນຊ່ວຍໜັງສືພິມກອງທັບປະຊາຊົນ ໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ມອບໝາຍເປັນຢ່າງດີ.

ໃນໂອກາດນີ້, ຫ້ອງການຜູ້ຕາງໜ້າໜັງສືພິມກອງທັບປະຊາຊົນພາກໃຕ້ເປັນກຽດໄດ້ຮັບໃບຍ້ອງຍໍ ຈາກທ່ານນາຍົກລັດຖະມົນຕີ; ໃບຍ້ອງຍໍຈາກຄະນະກໍາມະການປະຊາຊົນນະຄອນໂຮ່ຈິມິນ ແລະຂອງຂວັນຈາກຄະນະໂຄສະນາສຶກສານະຄອນ ໂຮ່ຈິມິນ.

 

ແປໂດຍ: ຮວ່າງເຈື່ອງ