ກັບເມືອສະຖານທີ່ສ້າງເປັນວິລະກໍາ

ຄະນະຜູ້ແທນກັບເມືອເຂດທີ່ໝັ້ນນໍາໂດຍທ່ານພົນໂທ ຟານວັນຢາງ ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ເຂົ້າຮ່ວມຄະນະຍັງມີບັນດາສະຫາຍການນໍາຂອງກະຊວງປ້ອງກັນປະເທດ.

ນີ້ແມ່ນການເດີນທາງກັບເມືອສະຖານທີ່ເຊິ່ງກົມໃຫຍ່ເສນາທິການ ເຄື່ອນໄຫວໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກກາກກໍາ. ຢູ່ທີ່ນີ້, ໂດຍໄດ້ຮັບການອຸ້ມຊູຊ່ວຍເຫຼືອຈາກຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າເມືອງດີ້ງຮວ໊າ, ກົມໃຫຍ່ເສນາທິການ ໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດພາລະບົດບາດ, ໜ້າທີ່ແມ່ນອົງການເສນາທິການດ້ານຍຸດທະສາດຂອງກອງທັບປະຊາຊົນຫວຽດນາມ, ໄດ້ເປັນເສນາທິການ, ຈັດຕັ້ງ, ບັນຊາຫຼາຍບັ້ນຮົບຂະໜາດໃຫຍ່, ປະກອບສ່ວນນໍາການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງຂອງປະເທດຊາດໄປເຖິງໄຊຊະນະສຸດທ້າຍ. ໃນຊຸມປີຜ່ານມາ, ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນບັນດາເຜົ່າເມືອງດີ້ງຮວ໊າ ທີ່ໄດ້ຄຽງບ່າຄຽງໄຫຼ່ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ, ກົມໃຫຍ່ເສນາທິການ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຕອບບຸນແທນຄຸນເປັນປະຈໍາດ້ວຍຈໍານວນເງິນນັບສິບຕື້ດົ່ງ.

leftcenterrightdel
ທ່ານພົນໂທ  ຟານວັນຢາງ ຈົດໃສ່ປຶ້ມອານຸສອນທີ່ອານຸສອນສະຖານປະທານໂຮ່ຈີມິນ. ພາບ: ຮ່ວາງຮ່າ.

ເມື່ອຖະຫວາຍທູບທຽນທີ່ອານຸສອນສະຖານປະທານໂຮ່ຈີມິນ ຢູ່ຕາແສງຝູດີ່ງ, ທ່ານພົນໂທ  ຟານວັນຢາງ ໄດ້ຈົດໃສ່ປຶ້ມອານຸສອນໃຫ້ຄຳໝັ້ນສັນຍາຕໍ່ລຸງໂຮ່ທີ່ວ່າ: ພະນັກງານ, ນັກຮົບກົມໃຫຍ່ເສນາທິການຈະຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະປະຊາຊົນຢ່າງເດັດຂາດ, ປະຕິບັດສໍາເລັດໜ້າທີ່ເປັນເສນາທິການດ້ານຍຸດທະສາດກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດໃຫ້ພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດເປັນຢ່າງດີ ແລະປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໄວ້ຢ່າງໝັ້ນຄົງ.

ຄະນະຍັງໄປຖະຫວາຍທູບທຽນໄວ້ອາໄລ, ສະແດງຄວາມຮູ້ບຸນຄຸນທີ່ບ່ອນຢູ່ ແລະສະຖານທີ່ເຮັດວຽກຂອງທ່ານພົນເອກ ຫວໍຫງວຽນຢາບ, ທ່ານພົນເອກ ຫງວຽນຈີ໊ແທງ ແລະທ່ານພົນເອກ ຮ່ວາງວັນຖ໊າຍ.

ບ່ອນຢູ່ ແລະສະຖານທີ່ເຮັດວຽກຂອງທ່ານພົນເອກ ຮ່ວາງວັນຖ໊າຍ ຫົວໜ້າກົມໃຫຍ່ເສນາທິການຜູ້ທໍາອິດຂອງກອງທັບປະຊາຊົນຫວຽດນາມ ນອນຢູ່ບ້ານດົ່ງເດົາ (ຕາແສງດີ້ງບຽນ) ນັບມື້ນັບໄດ້ຮັບການສ້ອງແປງຢ່າງງາມຕາ. ຢູ່ທີ່ນີ້, ໂດຍເສີມຂະຫຍາຍບົດບາດເປັນ “ສະໝອງຂອງກອງທັບ”, ກົມໃຫຍ່ເສນາທິການ ໄດ້ປະຕິບັດວຽກງານເປັນເສນາທິການດ້ານຍຸດທະສາດເປັນຢ່າງດີ ແລະບັນຊາໂດຍກົງບັນດາບັ້ນຮົບຂະໜາດໃຫຍ່, ຄື: ບັ້ນຮົບເຂດຊາຍແດນ, ບັ້ນຮົບກວາງຈູງ, ບັ້ນຮົບຮວ່າບິ່ງ.... ແລະສຸດຍອດແມ່ນບັ້ນຮົບດ້ຽນບຽນຝູ.

ບັນຍາກາດອັນອົບອຸ່ນເມື່ອກັບເມືອຕາແສງດີ້ງບຽນ

ສຳລັບພະນັກງານ, ນັກຮົບກົມໃຫຍ່ເສນາທິການ, ເມື່ອກັບຄືນຕາແສງດີ້ງບຽນ ແມ່ນກັບຄືນສະຖານທີ່ກຳເນີດດ້ວຍໜ້າປະຫວັດສາດອັນສະຫງ່າລາສີ. ນັ້ນກໍ່ແມ່ນການເດີນທາງສະແດງຄວາມຮູ້ບຸນຄຸນຢູ່ເຂດທີ່ໝັ້ນປະຕິວັດທີ່ໄດ້ອຸ້ມຊູຊ່ວຍເຫຼືອພະນັກງານ, ນັກຮົບກົມໃຫຍ່ເສນາທິການໃນໄລຍະຫຍຸ້ງຍາກລໍາບາກ. ຍ້ອນເຫດນັ້ນ, ໃນຊຸມປີມໍ່ໆມານີ້, ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຂອງກົມໃຫຍ່ເສນາທິການ ຍາມໃດກໍ່ຕິດພັນກັບການໜູນຊ່ວຍ, ຊ່ວຍເຫຼືອທ້ອງຖິ່ນພັດທະນາເສດຖະກິດ-ສັງຄົມ, ຍົກສູງການດໍາລົງຊີວິດດ້ານວັດທະນະທໍາ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຢູ່ສະຖານທີ່ດໍາເນີນພິທີຕັດແຖບຜ້າເປີດສະຫຼອງບັນດາກິດຈະກໍາ ໂດຍກົມໃຫຍ່ເສນາທິການ ມອບໃຫ້ທ້ອງຖິ່ນໃນຄັ້ງນີ້, ພໍ່ແມ່ປະຊາຊົນຢູ່ບ້ານຕ່າງໆຂອງຕາແສງດີ້ງບຽນ ໄດ້ມີໜ້າແຕ່ຫົວທີເພື່ອຕ້ອນຮັບຄະນະພະນັກງານ, ນັກຮົບກົມໃຫຍ່ເສນາທິການກັບເມືອເຂດທີ່ໝັ້ນ. ທ່ານພັນເອກ ເຈິ່ນແທງຫາຍ ຮອງຫົວໜ້າພະແນກນະໂຍບາຍ-ຂົນຂວາຍປະຊາຊົນ, ຫ້ອງການເມືອງ (ກົມໃຫຍ່ເສນາທິການ) ໃຫ້ຮູ້ວ່າ: “ໃນຫຼາຍປີຜ່ານມາ, ຂ້າພະເຈົ້າບໍ່ຈື່ໄດ້ວ່າຕົນເອງໄດ້ກັບເມືອດີ້ງບຽນຈັກເທື່ອ.  ແຕ່ລະເທື່ອກັບຄືນແຫ່ງນີ້, ຂ້າພະເຈົ້າຍາມໃດກໍ່ຮັບເອົາອາລົມຈິດອັນອົບອຸ່ນ, ສະໜິດສະໜົມຈາກຄະນະພັດ, ອໍານາດການປົກຄອງ ແລະພໍ່ແມ່ປະຊາຊົນ”.

ແມ່ເຖົ້າ ຈ້ຽວທີເກິ່ມ, ຊາວເຜົ່າໄຕ່ຢູ່ຕາແສງດີ້ງບຽນ ທັງຊີ້ເສັ້ນທາງເປຕົງຢູ່ເບື້ອງໜ້າ, ທັງໃຫ້ຮູ້ວ່າ “ຂ້າພະເຈົ້າມີອາຍຸ 70 ປີແລ້ວຈຶ່ງໄດ້ໄປຢູ່ເສັ້ນທາງງາມຄືແນວນີ້. ໃນເມື່ອກ່ອນແມ່ນທາງດິນ, ການໄປມາລຳບາກຫຼາຍ, ໂດຍສະເພາະແມ່ນໃນຍາມຝົນຕົກ. ປັດຈຸບັນມີເສັ້ນທາງໃໝ່, ການໄປເຮັດໄຮ່ເຮັດນາ ແລະໄປບ້ານອື່ນກໍ່ສະດວກສະບາຍແລ້ວ”.  ພ້ອມກັບການກໍ່ສ້າງເສັ້ນທາງໃໝ່, ກົມໃຫຍ່ເສນາທິການ ຍັງກໍ່ສ້າງຂົວ, ສ້ອມແປງບັນດາປູສະນີຍະສະຖານປະຫວັດສາດຂອງກົມໃຫຍ່ເສນາທິການອີກ, ກໍ່ສ້າງ ແລະມອບເຮືອນແຫ່ງສາຍຈິດມິດໃຈ 4 ຫຼັງໃຫ້ແກ່ບັນດາຄອບຄົວນະໂຍບາຍຂອງເມືອງດີ້ງຮວ໊າ; ຈັດຕັ້ງການກວດ, ໃຫ້ຄໍາປຶກສາສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ບັນດາເປົ້າໝາຍໃນບໍລິເວນເມືອງດີ້ງຮວ໊າ.

ກ່າວຄໍາເຫັນທີ່ພິທີຕັດແຖບຜ້າເປີດສະຫຼອງ ແລະມອບກິດຈະກໍາຕ່າງໆ, ທ່ານພົນໂທ ຟານວັນຢາງ ໄດ້ເນັ້ນໜັກວ່າບັນດາກິດຈະກໍາໂດຍກົມໃຫຍ່ເສນາທິການ ມອບໃຫ້ທ້ອງຖິ່ນກໍ່ຄືບັນດາການເຄື່ອນໄຫວຕອບບຸນແທນຄຸນຢູ່ເມືອງດີ້ງຮວ໊າ ໄດ້ສະແດງໃຫ້ເຫັນອາລົມຈິດ, ຄວາມສາມັກຄີ, ຄວາມສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ, ສະແດງໃຫ້ເຫັນມູນເຊື້ອຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ” ຂອງຊາດ.  ທ່ານພົນໂທ ຟານວັນຢາງ ປາດຖະໜາວ່າຄະນະພັກ,  ອໍານາດການປົກຄອງທ້ອງຖິ່ນຈະນໍາໃຊ້ກິດຈະກໍາດັ່ງກ່າວຢ່າງມີປະສິດທິຜົນ, ປະກອບສ່ວນກໍ່ສ້າງຕາແສງດີ້ງຮວ໊າ ບໍ່ພຽງແຕ່ແມ່ນຖານທີ່ໝັ້ນປະຕິວັດເທົ່ານັ້ນ, ຫາກຍັງແມ່ນທ້ອງຖິ່ນທີ່ມີເສດຖະກິດ-ສັງຄົມ ນັບມື້ນັບພັດທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການປັບປຸງຢ່າງໝັ້ນຄົງ, ສົມເປັນສະຖານທີ່ສຶກສາອົບຮົມກ່ຽວກັບມູນເຊື້ອປະຕິວັດໃຫ້ແກ່ຄົນຮຸ່ນຫຼັງ.

ໂດຍ: ທູຈາງ