ທີ່ການພົບປະສັງສັນ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນມູນເຊື້ອ 25 ປີແຫ່ງການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງໜັງສືພິມລາຍເດືອນ ເຊິ່ງເປັນໜັງສືພິມລາຍເດືອນທີ່ມີຊື່ສຽງ ແລະມີສີສັນໃນການໂຄສະນາເຜີຍແຜ່, ສຶກສາອົບຮົມມູນເຊື້ອ, ປະຫວັດສາດ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ທີ່ງານພົບປະສັງສັນ. ພາບ: ຫວຽດຮ່າ.

ໜັງສືພິມລາຍເດືອນ ຍາມໃດກໍຮັບປະກັນລັກສະນະຊື່ກົງ, ມີຊີວິດຊີວາ, ດຶງດູດຜູ້ອ່ານ, ຕອບສະໜອງຂໍ້ມູນຂ່າວສານໃຫ້ເພື່ອນຜູ້ອ່ານ; ປະຕິບັດໜ້າທີ່ໂຄສະນາເຜີຍແຜ່ເປັນຢ່າງດີເພື່ອໃຫ້ພະນັກງານ, ນັກຮົບ ແລະປະຊາຊົນເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບມູນເຊື້ອຕໍ່ສູ້ຢ່າງພິລະອາດຫານ ແລະສະຫງ່າຜ່າເຜີຍຂອງຊາດ, ຂອງພັກ, ກອງທັບ, ນໍ້າໃຈສາກົນອັນສູງສົ່ງ; ຍົກສູງນໍ້າໃຈຮັກຊາດ; ປະຕິບັດກິດຈະການປ່ຽນແປງໃໝ່ຂອງປະເທດຊາດ ຢ່າງມີໄຊ. 

ໃນໄລຍະຈະມາເຖິງ, ຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ ສືບຕໍ່ສຸມໃສ່ນໍາພາ, ຊີ້ນໍາການປ່ຽນແປງໃໝ່ ແລະຍົກສູງຄຸນນະພາບຂອງໜັງສືພິມລາຍເດືອນ ເຮັດໃຫ້ເນື້ອໃນ ແລະຮູບການມີຄວາມອຸດົມສົມບູນ, ດຶງດູດຜູ້ອ່ານ, ຮັກສາ, ຍົກສູງອິດທິພົນຊື່ສຽງ ແລະຜົນສະທ້ອນຂອງໜັງສືພິມລາຍເດືອນ ສູ່ມະຫາຊົນ.

ໂດຍ: ກວຽດເຕິມ