ເມື່ອໄປຮອດເກາະແຫ່ງຕ່າງໆຢູ່ໝູ່ເກາະເຈື່ອງຊາ ຢູ່ໃສກໍເຫັນມີຕົ້ນໄມ້ຂຽວພ້ອມກັບບັນດາສວນກ້າເບ້ຍໄມ້, ສວນຜັກຂຽວອຸ່ມທຸມ ເຢັນສະບາຍ. ຢູ່ເທດສະບານເຈື່ອງຊາ, ມີເບ້ຍໄມ້ປະມານ 2.000 ເບ້ຍ. ທ່ານພົນຈັດຕະວາຫງວຽນວັນນາມໃຫ້ຮູ້ວ່າຍ້ອນຄຸນລັກສະ ນະຂອງດິນ ມີຂີ້ຊາຍ, ຫີນປະກາລັງກວມເອົາສ່ວນຫຼາຍ, ສະນັ້ນບໍ່ສາມາດຮັກສາໄດ້ຄວາມຊຸ່ມ, ຫົດນ້ຳຫຼາຍເທົ່າໃດກໍແຫ້ງໝົດເທົ່ານັ້ນ. ດ້ານອື່ນ, ໃນຊຸມວັນທີ່ມີຄື້ນໃຫຍ່, ລົມແຮງ, ນ້ຳທະເລຊັດເຂົ້າເກາະກໍເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ຊ້າ.

“ພະນັກງານ, ນັກຮົບຢູ່ເກາະຕ້ອງເປັນເຈົ້າການເລືອກແນວພັນຜັກຊະນິດໃດທີ່ມີຄວາມທົນທານສູງ, ບົວລະບັດງ່າຍ ເພື່ອເພີ່ມພູນຜະລິດຜົນ. ໄລ່ມາຮອດປັດຈຸບັນ, ພວກຂ້າພະເຈົ້າຍາມໃດກໍຮັບປະກັນມີຜັກກິນ, ຊ້ຳບໍ່ໜຳແມ່ນກິນບໍ່ໝົດ”.

leftcenterrightdel
ພະນັກງານ, ນັກຮົບຢູ່ເກາະແລນດາວ ຍາດເວລາ ບົວລະບັດຕົ້ນໄມ້. ພາບ: VOV

ແຕ່ລະມື້, ນັກຮົບຫງວຽນຫືວນາມໝົກມຸ້ນບົວລະບັດສວນຜັກທີ່ມີຫຼາຍຊະນິດ, ຄື: ຜັກປັງ, ໝາກບວບ, ໝາກອຶ. ໃນຊຸມວັນທີ່ຄື້ນໃຫຍ່, ລົມພັດແຮງ, ນ້ຳທະເລຊັດເຂົ້າເກາະ… ນາມພ້ອມດ້ວຍໝູ່ຮ່ວມກົມກອງກໍຟ້າວຟັ່ງຫາແນວມາກັ້ງບັງ, ຫົດນ້ຳໃຫ້ຜັກ.

“ຕອນຄ້າຍແລງພວກຂ້າພະເຈົ້າກໍຂຸດດິນ, ຫົດນ້ຳໃຫ້ຕົ້ນໄມ້, ໃສ່ຝຸ່ນອົງຄະທາດ… ຄືຜັກປັງແມ່ນພວກຂ້າພະເຈົ້າຈະຫົດດ້ວຍນ້ຳລ້າງເຂົ້າ. ແຕ່ລະເດືອນ, ພວກຂ້າພະເຈົ້າເກັບຜັກໄດ້ປະມານ 17 ກິໂລກຼາມ. ຍ້ອນມີການປູກຝັງໄດ້ດີ, ກົມກອງຈຶ່ງມີຜັກກິນຢ່າງພຽງພໍ. ຂ້າພະເຈົ້າເຫັນວ່າ, ການປູກຕົ້ນໄມ້ທັງຊ່ວຍໃຫ້ເກາະມີສີຂຽວເຢັນກວ່າທັງຊ່ວຍໃຫ້ພາເຂົ້າມີຜັກກິນຕື່ມອີກ”.

ຢູ່ເກາະຊິງໂຕນຕາວັນອອກ, ຢູ່ກ້ອງຮົ່ມໄມ້ເຢັນແມ່ນບັນດາສວນກ້າເບ້ຍໄມ້ທີ່ໄດ້ຮັບການກັ້ງບັງຢ່າງລະມັດລະວັງ, ດ້ວຍຕົ້ນໄມ້ຫຼາຍຊະນິດເຊັ່ນເບ້ຍຕົ້ນຊາ, ຕົ້ນຫູກວາງແລະເບ້ຍຜັກຫຼາຍຊະນິດ. ນັກຮົບຫງວຽນວັນທ້ວນ, ຜູ້ຮັບຜິດຊອບສວນກ້າເບ້ຍໄມ້ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ຫາແກ່ນແກ່ແລ້ວຕາກໃຫ້ແຫ້ງຈຶ່ງເອົາໝັກລົງດິນກ່ອນທີ່ຈະເອົາໄປກ້າ. ສວນກ້ານີ້ໄດ້ກັ້ງບັງດ້ວຍຕາໜ່າງເພື່ອຕ້ານລົມທະເລ”.

ໃນຂະນະນັ້ນ, ບັນດາສວນກ້າເບ້ຍໄມ້ຂອງເກາະໃນໝູ່ເກາະເຈື່ອງຊາໄດ້ຮັບການກໍ່ສ້າງແບບຖາວອນໝັ້ນຄົງ. ສະຫາຍ ພັນໂທເລຢວານເຮີບຫົວໜ້າການເມືອງເກາະຊິງໂຕນຕາເວັນອອກໃຫ້ຮູ້ວ່າ: ນັບແຕ່ປີ 2022 ມາຮອດປັດຈຸບັນ, ຢູ່ເກາະໄດ້ກ້າເບ້ຍໄມ້ 500 ເບ້ຍ, ການງ່າ, ຂະຫຍາຍພັນໄດ້ກວ່າ 100 ຕົ້ນແລ້ວ. ຈາກບັນດາສວນກ້າເບ້ຍໄມ້ນັ້ນ, ຕົ້ນເບ້ຍຕົ້ນອ່ອນໄດ້ສົ່ງໄປປູກຢູ່ທົ່ວໝູ່ເກາະເຈື່ອງຊາ.

“ພວກຂ້າພະເຈົ້າຕ້ອງເສີມຂະຫຍາຍກຳລັງແຮງໜຸ່ມຂອງສະມາຊິກຊາວໜຸ່ມແລະແບບຢ່າງປະຈັນບານຂອງພະນັກງານ, ນັກຮົບຢູ່ເກາະ. ແຕ່ລະຄົນຮ່ວມແຮງຮ່ວມໃຈບົວລະບັດຕົ້ນໄມ້ແຕ່ລະກົກ. ການແຕ່ລະງ່າໄມ້, ເກັບເອົາໝາກແກ່ເພື່ອເອົາໄປກ້າແລະໝູນໃຊ້ເອົານ້ຳທີ່ໃຊ້ແລ້ວໄວ້ເພື່ອຫົດຕົ້ນໄມ້. ແຕ່ລະເດືອນ, ນັກຮົບແຕ່ລະຄົນກ້າແຕ່  2 ຫາ 3 ຕົ້ນ. ນັບແຕ່ຕົ້ນປີ 2024, ພວກຂ້າພະເຈົ້າກ້າໄດ້ເກືອບ 1.000 ຕົ້ນແລ້ວ”.

leftcenterrightdel
ເກາະຊິງຕົນ ປະກົດຂຶ້ນເໝືອນແກ້ວມະນີຂຽວຢູ່ກາງທະເລ. ພາບ: VOV

ຢູ່ຕາແສງເກາະຊອງຕືຕາເວັນຕົກ, ໂດຍປະຕິບັດໂຄງການ “ຫັນເຈື່ອງຊາເປັນສີຂຽວ”, ເກາະໄດ້ມອບຄາດໝາຍ, ໜ້າທີ່ກ່ຽວກັບຈຳນວນຕົ້ນໄມ້ທີ່ຕ້ອງປູກ, ຕ້ອງບົວລະບັດໃຫ້ບັນດາພະນັກງານ, ນັກຮົບແລະປະຊາຊົນຢ່າງລະອຽດ. ທຸກໆອາທິດ, ທຸກໆເດືອນຈະມີໜ່ວຍງານໄປກວດກາ, ໃຫ້ຄະແນນແຂ່ງຂັນ. ພະນັກງານ, ນັກຮົບແຕ່ລະຄົນພາຍຫຼັງທີ່ສຳເລັດພັນທະໜ້າທີ່ກໍລ້ວນແຕ່ເປັນເຈົ້າການຕໍ່ການງ່າ, ປູກຕົ້ນໄມ້ມອບໃຫ້ເກາະແຕ່ 1 ຫາ 2 ຕົ້ນ, ບັນດານັກຮົບໃໝ່ຮັບເອົາຕົ້ນໄມ້ຂອງຄົນລຸ້ນກ່ອນ, ບົວລະບັດຕົ້ນໄມ້ໃຫ້ເຕີບໃຫຍ່ດີ. ສະຫາຍຮ້ອຍໂທ ຈິ້ງຢຸຍກວ່ຽນ, ເກາະຊອງຕືຕາເວັນຕົກ, ແບ່ງປັນວ່າ:

“ມື້ນີ້ ເຫັນເກາະ ຊອງຕືຕາເວັນຕົກ ມີສີຂຽວອຸ່ມທຸ່ມ, ຄົນລຸ້ນພໍ່ລຸ້ນອ້າຍໄດ້ສ້າງບັນດາສວນກ້າເບ້ຍໄມ້ປະໄວ້ໃຫ້ ແລະປັດຈຸບັນ, ຂ້າພະເຈົ້າໄດ້ຮັບຜິດຊອບຕໍ່, ຂ້າພະເຈົ້າກໍຕ້ອງພະຍາຍາມບົວລະບັດຮັກສາບັນດາຕົ້ນໄມ້ເຫຼົ່ານັ້ນ, ແລ້ວສືບຕໍ່ຖ່າຍທອດບົດຮຽນປະສົບການໃຫ້ແກ່ຄົນລຸ້ນຕໍ່ໄປ”.

ໂດຍຕິດພັນກັບ ເຈື່ອງຊາ ນັບແຕ່ເມື່ອອາຍຸ 20 ປີ, ປີ 2025 ໄດ້ກັບມາຢາມເກາະ, ສະຫາຍພັນໂທ ຫວູວັນມິງ, ພະນັກງານເສນາທິການ ເກາະເຈື່ອງຊາໄດ້ມີຄວາມປະເອີບໃຈກັບສີຂຽວຂອງເກາະ:

“ຂ້າພະເຈົ້າມານີ້ເທື່ອທຳອິດແມ່ນປີ 1969, ຕົ້ນໄມ້ຍັງນ້ອຍຢູ່, ແຕ່ປັດຈຸບັນຕົ້ນໃຫຍ່ຫຼາຍແລ້ວ. ຕົ້ນໄມ້ຢູ່ນີ້ສ່ວນຫຼາຍແມ່ນມີອາຍຸປະມານ 35 – 40 ປີແລ້ວ. ການປູກຕົ້ນໄມ້ນີ້ຈະຊ່ວຍມີຮົ່ມກັນແດດໃຫ້ອ້າຍນ້ອງທະຫານ,ຮັກສານ້ຳຈືດໃນດິນ. ຍາມອິດເມື່ອຍມານັ່ງຢູ່ກ້ອງຮົ່ມໄມ້ກໍຈະຮູ້ສຶກສະບາຍກວ່າ”.

ຢູ່ເຂດພິເສດ ເຈື່ອງຊາ, ມີຕົ້ນໄມ້ຫຼາຍກົກມີອາຍຸ 30 – 40 ປີແລ້ວ, ຊ້ຳບໍ່ໜຳຍັງມີຕົ້ນໄມ້ອາຍຸນັບຮ້ອຍປີ ແລະໄດ້ເປັນທີ່ຍອມຮັບວ່າ ເປັນຕົ້ນໄມ້ມໍລະດົກ. ບໍ່ພຽງແຕ່ມີຄຸນຄ່າພິເສດກ່ຽວກັບວິທະຍາສາດ, ວັດທະນະທຳ ແລະ ສ້າງທັດສະນີຍະພາບເທົ່ານັ້ນ, ບັນດາຕົ້ນຫູກວາງ, ຕົ້ນກະທິງ ຍັງຊ່ວຍໃຫ້ ເຈື່ອງຊາ ມີສີຂຽວສະຫງົບ ແລະ ສະແດງໃຫ້ເຫັນພະລັງຊີວິດອັນແຮງກ້າຂອງດິນແດນ ແລະປະຊາຊົນເຂດທະເລໝູ່ເກາະ.

ແຫຼ່ງຄັດຈາກ vovworld.vn