ຜູ້ມີສິດເລືອກຕັ້ງ 21.4 ລ້ານຄົນ ໄດ້ຈົດທະບຽນເຂົ້າຮ່ວມການປ່ອນບັດ. ອົງການເລືອງຕັ້ງອີຣັກ ໄດ້ສ້າງຕັ້ງກວ່າ 8.700 ສະຖານທີ່ປ່ອນບັດໃນທົ່ວຜືນແຜ່ນດິນ ພາຍໃຕ້ການຕິດຕາມກວດກາຂອງນັກສັງເກດການ ທັງພາຍໃນປະເທດ, ພາກພື້ນ ແລະ ສາກົນນັບພັນຄົນ.

ບັນດາກຸ່ມການເມືອງແກ່ນສານໄດ້ແກ່ງແຍ້ງໃນການເລືອກຕັ້ງສະພາແຫ່ງຊາດຢູ່ອີຣັກ ຄັ້ງນີ້ ລວມມີບັນດາພັນທະມິດອິດສະລາມນິກາຍ ຊີອະ ໂດຍ ທ່ານ Nouri Al-Maliki ອະດີດນາຍົກລັດຖະມົນຕີ ແລະບາດຫຼວງ Ammar Al-Hakim ນຳພາ; ບັນດາກຸ່ມອິດສະລາມນິກາຍ ຊັນນີ ໂດຍ ທ່ານ Mohammed Al-Halbousi ອະດີດປະທານສະພາແຫ່ງຊາດ ແລະ ທ່ານ Mahmoud Al-Mashhadani ນຳພາ; ພ້ອມດ້ວຍ 2 ພັກໃຫຍ່ຂອງຊາວເກີດ ແມ່ນພັກປະຊາທິປະໄຕ Kurdistan (KDP)  ແລະ ພັກພັນທະມິດຮັກຊາດ Kurdistan (PUK). ບັນດາການຕີລາຄາຫຼ້າສຸດໃຫ້ເຫັນວ່າ ໂອກາດໄດ້ຮັບໄຊຊະນະຂອງຝ່າຍຕ່າງໆແມ່ນເທົ່າທຽມກັນ ແລະບໍ່ມີກຳລັງໃດສາມາດຍາດໄດ້ທີ່ນັ່ງສ່ວນຫຼາຍເພື່ອມີສິດສ້າງຕັ້ງລັດຖະບານສະເພາະ. ຝ່າຍໄດ້ຮັບໄຊຊະນະອາດຈະຕ້ອງປະນີປະນອມກັບໜຶ່ງ ຫຼື ຫຼາຍຝ່າຍອື່ນ ເພື່ອສ້າງຕັ້ງລັດຖະບານປະສົມ.

ແຫຼ່ງຄັດຈາກ: vovworld.vn