ພາຍຫຼັງຖະແຫຼງການຂອງທ່ານ Netanyahu, ອາເມລິກາ ໃຫ້ຮູ້ວ່າຈະສືບຕໍ່ຄັດຄ້ານການບຸກໂຈມຕີນີ້. ທ່ານ Matthew Miller, ໂຄສົກກະຊວງການຕ່າງປະເທດອາເມລິກາ ຖືວ່າ ການບຸກໂຈມຕີຈະກໍ່ຄວາມເສຍຫາຍຢ່າງແຮງໃຫ້ແກ່ 1,5 ລ້ານຄົນ ປາແລດສະຕິນ ທີ່ພວມລີ້ໄພຢູ່ Rafah, ພ້ອມທັງຈະກໍ່ຄວາມເສຍຫາຍຢ່າງໜັກໜ່ວງເຖິງຄວາມໝັ້ນຄົງແຫ່ງຊາດຂອງອິດສະຣາແອນ.

ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ Netanyahu ໄດ້ຍົກອອກມາພາຍຫຼັງທີ່ຄະນະປະຕິບັດງານຂອງ ອິດສະຣາແອນ ເຂົ້າຮ່ວມຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ຢູ່ນະຄອນຫຼວງ ກາຍໂຣ, ປະເທດ ອີຢິບ, ກັບເມືອປະເທດໃນວັນທີ 8 ເມສາ. ຮອບເຈລະຈາຍັງບໍ່ທັນມີຄວາມຄືບໜ້າຈະແຈ້ງ ແລະ ບັນດາຄະນະປະຕິບັດງານຂອງ ອິດສະຣາແອນ ແລະ ຮາມາດ ຄາດວ່າຈະກັບຄືນມາ ກາຍໂຣ ໃນວັນທີ 10 ເມສາ.

ແຫຼ່ງຄັດຈາກ: vovworld.vn