leftcenterrightdel
ສື່ມວນຊົນອີ​ຣານ ໃຫ້ຂ່າວກ່ຽວກັບເຫດບຸກໂຈມຕີ. ພາບ: The Guardian

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ NBC News, ທ່ານລັດຖະມົນຕີການຕ່າງປະເທດ Amirabdollahian ຊີ້ແຈ້ງວ່າ ເຄື່ອງບິນບໍ່ມີຄົນຂັບນີ້ໄດ້ເລີ່ມບິນຈາກພາຍໃນປະເທດ ອີຣານ ແລະ ບິນໄດ້ປະມານ 200-300 ແມັດ ກ່ອນທີ່ຖືກຍິງຕົກ. ທ່ານໃຫ້ຮູ້ວ່າ ເຫດການດັ່ງກ່າວບໍ່ໄດ້ກໍ່ຜົນເສຍຫາຍ ຫຼື ເສຍຊີວິດບາດເຈັບໃດໆໃຫ້ແກ່ ອີຣານ ແລະປັດຈຸບັນ, ຍັງບໍ່ທັນມີຫຼັກຖານໃດໆທີ່ຊີ້ໃຫ້ເຫັນຄວາມກ່ຽວພັນລະຫວ່າງບັນດາເຄື່ອງບິນນີ້ກັບ ອິດສະຣາແອັນ. ເຖິງຢ່າງໃດກໍຕາມ, ທ່ານໄດ້ກ່າວເຕືອນວ່າ ອີຣານ ຈະມີມາດຕະການໂຕ້ຕອບ ຖ້າຫາກວ່າ ອິດສະຣາແອັນ ມີການກະທຳທີ່ໄປຝືນກັບຜົນປະໂຫຍດຂອງ ອີຣານ.

ຕໍ່ໜ້າສະພາບການນີ້, ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ແລະ ທ່ານນາຍົກລັດຖະມົນຕີ ແຟງລັງ Petteri Orpo ໄດ້ກະຕຸກຊຸກຍູ້ໃຫ້ຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ອິດສະຣາແອັນ.

ແຫຼ່ງຄັດຈາກ: vovworld.vn