ກ່ຽວຂ້ອງເຖິງການພົວພັນຍີ່ປຸ່ນ ແລະ ອາຊຽນ, ປື້ມປົກຂຽວ ໄດ້ຊີ້ແຈ້ງຮູບແບບໃໝ່ຂອງຂໍ້ລິ້ເລີ່ມ ມະຫາສະມຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ (FOIP), ໂດຍທ່ານນາຍົກລັດຖະມົນຕີ Fumio Kishida ປະກາດໃນເດືອນມີນາ ປີ 2023, ໃນນັ້ນໄດ້ເນັ້ນໜັກເຖິງ 4 ຂົງເຂດໃຫ້ບຸລິມະສິດຮ່ວມມື, ລວມມີ: ການຮ່ວມມືໃນການເດີນເຮືອຢູ່ທະເລ, ການເຊື່ອມຕໍ່, ປະຕິບັດການຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ, ເຊື່ອມຕໍ່ເສດຖະກິດ… ທີ່ກອງປະຊຸມສຸດຍອດ ອາຊຽນ ຈັດຂຶ້ນໃນເດືອນກັນຍາ 2023, ຍີ່ປຸ່ນໄດ້ປະກາດຂໍ້ລິ້ເລີມເຊື່ອມຕໍ່ຢ່າງຮອບດ້ານ ຍີ່ປຸ່ນ - ອາຊຽນ ເພື່ອເປີດກວ້າງບັນດາແງ່ມູມກວ່າອີກ ເຊິ່ງສອງຝ່າຍສາມາດເຊື່ອມຕໍ່.

leftcenterrightdel
ເນື້ອໃນຂອງປື້ມປົກຂຽວການຕ່າງປະເທດ ຍີ່ປຸ່ນ 2024. ພາບ: NHK

ກ່ຽວກັບການພົວພັນຫວຽດນາມ - ຍີ່ປຸ່ນ, ປື້ມບົກຂຽວລະບຸແຈ້ງຈຸດພົ້ນເດັ່ນແມ່ນເລື່ອງ ສອງປະເທດຕົກລົງຍົກລະດັບຂຶ້ນເປັນ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ ອາຊີ ແລະ ໃນໂລກ” ເມື່ອເດືອນພະຈິກ 2023.

​ໂດຍ: ກວຽດເຕິມ