ປັດຈຸບັນ, ຫຼາຍປະເທດ, ເຊັ່ນ: ຊູແອັດ, ການາດາ, ຍີ່ປຸ່ນ, ຝລັ່ງ ແລະບັນດາປະເທດສະມາຊິກ ສະຫະພາບເອີຣົບ (EU) ໄດ້ເຊື່ອມຕໍ່ການອຸປະຖຳໃຫ້ແກ່ອົງການ UNAWA ໃນຂະນະທີ່ບັນດາປະເທດອື່ນ, ໃນນັ້ນ ມີ ອາເມລິກາ ແລະ ອັງກິດ ຍັງບໍ່ທັນຟື້ນຟູການເຄື່ອນໄຫວດັ່ງກ່າວຄືນໃໝ່ເທື່ອ.  ສປຊ ໄດ້ກ່າວເຕືອນເປັນຫຼາຍຄັ້ງແລ້ວວ່າ ການຕັດເງິນອຸປຖຳໃຫ້ແກ່ UNRWA ຈະຍິ່ງເຮັດໃຫ້ວິກິດການມະນຸດສະທຳຢູ່ເຂດ ກາຊາ ຮ້າຍແຮງຂຶ້ນຕື່ມ. ຕາມ ສປຊ ແລ້ວ, ປັດຈຸບັນ ມີປະຊາຊົນ 2,3 ລ້ານຄົນຢູ່ເຂດ ກາຊາ ຕ້ອງໄດ້ຮັບການຊ່ວຍເຫຼືອສະບຽງອາຫານ, ນ້ຳສະອາດ, ຢຸກຢາ ແລະ ບ່ອນອາໄສຢ່າງຮີບດ່ວນ.

ແຫຼ່ງຄັດຈາກ: vovworld.vn