leftcenterrightdel
ພາບປະກອບ: Reuters

ການນຳ ຢູແກຼນ ໃຫ້ຮູ້ວ່າ, ທ່ານ Joe Biden ໄດ້ຮັບປະກັນກັບທ່ານເລື່ອງຈະລົງນາມໃນຮ່າງກົດໝາຍຈັດແບ່ງບ້ວງເງິນອຸປະຖຳດ້ານການທະຫານໃຫ້ແກ່ ຢູແກຼນ ຢ່າງທັນທີພາຍຫຼັງທີ່ສະພາສູງອາເມລິກາ ໃຫ້ສັດຕະຍາບັນເອກະສານສະບັບດັ່ງກ່າວ. ນອກຈາກການໜູນຊ່ວຍດ້ານການທະຫານແລ້ວ, ທ່ານປະທານາທິບໍດີຢູແກຼນ ໃຫ້ຮູ້ວ່າ, ທ່ານກໍ່ປຶກສາຫາລືກັບທ່ານ Joe Biden ກ່ຽວກັບວຽກງານສ້າງຂໍ້ຕົກລົງຄວາມໝັ້ນຄົງສອງຝ່າຍ ແລະ ເລື່ອງກະກຽມໃຫ້ກອງປະຊຸມສຸດຍອດກ່ຽວກັບສັນຕິພາບຢູ່ ຢູແກຼນ ເຊິ່ງຈະຈັດຂຶ້ນຢູ່ ສະວິດ ໃນເດືອນມິຖຸນາ ຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn