ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ Yoav Gallant ຢັ້ງຢືນວ່າ ປະເທດນີ້ ພ້ອມແລ້ວທີ່ຈະໂຕ້ຕອບທຸກການບຸກໂຈມຕີຈາກຝ່າຍ ອີຣານ, ພ້ອມທັງເນັ້ນໜັກວ່າ ບັນດາແຜນການທີ່ເຄັ່ງຕຶງເພື່ອໂຕ້ຕອບກັບປະເທດອິດສະລາມ ແມ່ນໄດ້ຮັບການກະກຽມໄວ້ໝົດແລ້ວ.

ຄຳກ່າວເຕືອນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ໄດ້ຍົກອອກມາໃນສະພາບການທີ່ວົງການເຈົ້າໜ້າທີ່ ອີຣານ ສືບຕໍ່ນາບຂູ່ຈະດຳເນີນມາດຕະການໂຕ້ຕອບຄືນການບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ເລັ່ງໃສ່ສຳນັກງານສະຖານທູດ ອີຣານ ຢູ່ນະຄອນຫຼວງ Damacus ຂອງ ຊີຣີ ໃນວັນທີ 1 ເມສາ ຜ່ານມາເຮັດໃຫ້ມີສະມາຊິກກອງພິທັກຮັກສາການປະຕິວັດ ອີຮານ 7 ຄົນ ເສຍຊີວິດ.

ໃນເຫດການທີ່ກ່ຽວຂ້ອງເຖິງການປະທະກັນຢູ່ຕາເວັນອອກກາງ, ວັນທີ 7 ເມສາ, ໂຄສົກກອງທັບອິດສະຣາແອັນ ໃຫ້ຮູ້ວ່າ ກອງທັບປະເທດນີ້ ໄດ້ຖອນກຳລັງທະຫານອອກຈາກຕອນໃຕ້ເຂດກາຊາ, ຍົກເວັ້ນແຕ່ກອງພົນນ້ອຍ. ໃນແຈ້ງການຂອງກອງທັບ ອິດສະຣາແອັນ ບໍ່ໄດ້ເຜີຍແຜ່ລາຍລະອຽດຂອງແຜນການ.

ແຫຼ່ງຄັດຈາກ: vovworld.vn