ນີ້ແມ່ນການເຈລະຈາເປັນຄັ້ງທຳອິດກ່ຽວກັບການຕິດຕໍ່ສື່ສານດ້ານການທະຫານລະຫວ່າງສອງປະເທດ ນັບແຕ່ການເຈລະຈາແບບທາງໄກໃນທ້າຍປີ 2021.

ທ່ານ Ian Francis, ພັນເອກກອງທັບບົກ, ຫົວໜ້າຄະນະເຈລະຈາຂອງອາເມລິກາ ໃຫ້ຮູ້ວ່າ:   ການປຶກສາຫາລືຄັ້ງນີ້ແມ່ນ “ເຄື່ອງມືຫຼັກເພື່ອໃຫ້ INDOPACOM ປຶກສາຫາລືໂດຍກົງກ່ຽວກັບຄວາມປອດໄພໃນບັນດາການເຄື່ອນໄຫວທາງອາກາດ ແລະບົນທະເລ” ກັບກອງທັບຈີນ. ທ່ານເນັ້ນໜັກຢ່າງແຮງເຖິງຄວາມສຳຄັນຂອງການຕິດຕໍ່ສື່ສານກັບກອງທັບຈີນ ຢ່າງເປີດອົກເປີດໃຈ, ໂດຍກົງ ແລະຈະແຈ້ງກໍ່ຄືທັງໝົດກຳລັງການທະຫານອື່ນໃນພາກພື້ນ ເພື່ອຫຼີກລ້ຽງຂໍ້ມູນທີ່ຜິດເຂວ. ທີ່ການເຈລະຈາໃນສັບປະດານີ້ ບັນດາເຈົ້າໜ້າທີ່ອາເມເລິກາ ແລະ ຈີນ ໄດ້ປຶກສາຫາລືລັກສະນະເປັນມືອາຊີບ ແລະ ຄວາມປອດໄພໃນການເຄື່ອນໄຫວການເດີນທະເລ ແລະ ການບິນ.

ແຫຼ່ງຄັດຈາກ: vovworld.vn