ຕາມການສະຖິຕິຂອງອົງການແຮງງານ ໄຕ້ຫວັນ (ຈີນ) ແລ້ວ, ໄລ່ຮອດທ້າຍເດືອນທັນວາ ປີ 2023 ມີຊາວຫວຽດນາມ ກ່ວາ 260.000 ຄົນທີ່ ພວມເຮັດວຽກຢູ່ ໄຕ້ຫວັນ (ຈີນ), ກວມເອົາ 34,94% ຈຳນວນແຮງງານຊາວຕ່າງປະເທດ ພວມເຮັດວຽກ ຢູ່ໄຕຫວັນ (ຈີນ), ໃນນັ້ນ ແຮງງານ ຫວຽດນາມ ເຮັດວຽກຢູ່ ຫົວຫຼຽນ ໄລ່ຮອດທ້າຍເດືອນກຸມພາ ປີ 2024 ແມ່ນ 854 ຄົນ. ນອກຈາກນັ້ນ, ກໍ່ມີນັກສຶກສາ ຫວຽດນາມ ກວ່າ 100 ຄົນ ທີ່ພວມຮ່ຳຮຽນຂັ້ນປະລິນຍາຕີ ແລະຂັ້ນຫຼັງມະຫາຢູ່ຫົວຫຼຽນ. ຂໍ້ມູນທີ່ໄດ້ຮັບການແບ່ງປັນຈາກບັນດາສະມາຄົມນັກສຶກສາ ຫວຽດນາມ ຢູ່ ຫົວຫຼຽນ ໃຫ້ຮູ້ວ່າ ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດຍ້ອນເຫດແຜ່ນດິນໄຫວ ເຮັດໃຫ້ວັດຖຸອຸປະກອນຕ່າງໆ ເປ່ເພແຕ່ຈິດໃຈຂອງນັກສຶກສາ ຫວຽດນາມ ກໍ່ພວມຄ່ອຍໆກັບຄືນສູ່ປົກກະຕິ.

ແຫຼ່ງຄັດຈາກ: vovworld.vn