ສອງຝ່າຍໄດ້ປຶກສາຫາລືບັນດາບຸລິມະສິດຫຼັກແຫຼ່ງຂອງກອງປະຊຸມສຸດຍອດ NATO ຢູ່ ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ, ໃນເດືອນ ກໍລະກົດ ຈະມາເຖິງ, ລວມມີການປັບປຸງຄຳໝັ້ນສັນຍາລວມສຳລັບ ຢູແກຼນ, ເພີ່ມທະວີຄູ່ຮ່ວມມືມະຫາສະໝຸດອິນເດຍ - ປາຊີຟິກ ຂອງ NATO ແລະ ສະຫະພາບເອີລົບ (EU) ກໍ່ຄືປັບປຸງຄຳໝັ້ນສັນຍາການປ້ອງກັນລວມໝູ່. ສອງຝ່າຍກໍ່ເນັ້ນໜັກກຳລັງແຮງຂອງ NATO ດ້ວຍການເຂົ້າຮ່ວມຂອງ ແຟງລັງ ແລະ ຊູແອັດ ກໍ່ຄືການເພີ່ມທະວີການລົງທຶນຈາກບັນດາປະເທດພັນທະມິດ.

leftcenterrightdel
ທ່ານ Antony Blinken, ລັດຖະມົນຕີການຕ່າງປະເທດອາເມລິກາ ແລະ ທ່ານ Jens Stoltenberg, ເລຂາທິການໃຫຍ່ອົງການສົນທິສັນຍາອັກລັງຕິກເໜືອ (NATO). ພາບ: NATO

ກ່ອນໜ້ານັ້ນ, ວັນທີ 2 ເມສາ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ໄດ້ມີການພົບປະກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ເພື່ອປຶກສາຫາລືບັນດາບັນຫາສາກົນທີ່ຮ້ອນເຮັ່ງ. ນະທີ່ນີ້, ສອງຝ່າຍໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງ ສຳລັບ ຢູແກຼນ ໃນການປະທະກັນກັບ ລັດເຊຍ ແລະເປັນເອກະພາບກ່ຽວກັບຄວາມສຳຄັນຂອງການຫຼີກລ້ຽງການປະທະກັນ ທີ່ອາດຈະແຜ່ລາມກ້ວາງຂວາງຢູ່ເຂດ ກາຊາ, ລວມທັງການປະທະກັນຢູ່ລີບັງ. ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ທ່ານປະທານາທິບໍດີ ຝລັ່ງ ກໍ່ໄດ້ປຶກສາຫາລືບັນດາສິ່ງທ້າທາຍຈາກຈີນ ແລະ ຄວາມມານະພະຍາຍາມເພື່ອແນໃສ່ປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn