ຕາມທ່ານ Jerome Powell ປະທານ FED ແລ້ວ, ໄພເງິນເຟີ້ ຢູ່ອາເມລິກາ ຍັງຄົງຢູ່ໃນລະດັບສູງ ແລະ ຄາດໝາຍນຳໄພເງິນເຟີ້ລົງລະດັບ 2% ແມ່ນບັນຫາບໍ່ງ່າຍດາຍ. ບັນດາເຈົ້າຫນ້າທີ່ FED ໄດ້ຍົກອອກບາງການຄາດຄະເນເສດຖະກິດໃໝ່ ຜ່ານນັ້ນຄາດວ່າຈະມີການຫຼຸດຜ່ອນອັດຕາດອກເບ້ຍພື້ນຖານ 3 ຄັ້ງ ໃນປີນີ້, ສ່ວນໃຫຍ່ແມ່ນຄ້າຍຄືກັນກັບການຄາດຄະເນໃນທ້າຍປີ 2023.

leftcenterrightdel
ສຳນັກງານທະນາຄານກາງອາເມລິກາ (FED) ຢູ່ ວໍຊິງຕັນ. DC. ພາບ: AFP

ໄພເງິນເຟີ້ຢູ່ ອາເມລິກາ ບາງໄລຍະແມ່ນຂຶ້ນເຖິງ 9,1% ໃນເດືອນມິຖຸນາປີກາຍ ແມ່ນລະດັບສູງສຸດໃນຮອດເວລາ 40 ປີ. ໄພເງິນເຟີ້ຢູ່ພື້ນຖານເສດຖະກິດອັບດັບ 1 ຂອງໂລກ ໄດ້ຫຼຸດລົງຢູ່ໃນລະດັບ 3,1% ໃນເດືອນມັງກອນປີນີ້ ແຕ່ກໍ່ໄດ້ເພີ່ມຂຶ້ນເຖິງ 3,2%ໃນເດືອນກຸມພາ.

ແຫຼ່ງຄັດຈາກ: vovworld.vn