ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານໂຄສົກ Peskov ເນັ້ນໜັກວ່າ ການຕັດສິນນີ້ບໍ່ພຽງແຕ່ໄປຝືນກັບເນື້ອໃຈຈິດໃຈຂອງ Olympic, ລະເມີດສິດຜົນປະໂຫຍດຂອງບັນດານັກກິລາເທົ່ານັ້ນ, ຫາກຍັງສົ່ງຜົນກະທົບບໍ່ດີເຖິງພາບພົດຂອງ IOC ອີກດ້ວຍ. ໃນຂະນະນັ້ນ, ທ່ານນາງ Maria Zakhazova, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ຖືວ່າ: ການຕັດສິນນີ້ແມ່ນບໍ່ຍຸຕິທຳ ແລະ ບໍ່ສາມາດຍອມຮັບໄດ້.

leftcenterrightdel
ນັກກິລາລັດເຊຍ ສວນສະໜາມໃນງານມະຫາກຳກິລາລະດູໜາວ Pyeongchang 2018. ພາບ: AFP

ກ່ອນນັ້ນໜຶ່ງວັນ, ວົງການເຈົ້າໜ້າທີ່ IOC ປະກາດວ່າ: ບັນດານັກກິລາລັດເຊຍ ແລະ ເບລາຣຸດ ແຂ່ງຂັນຢູ່ Olympic ລະດູແລ້ງ ປາຣີ 2024 ພາຍໃຕ້ຖານະສ່ວນຕົວ ເຊິ່ງຈະບໍ່ໄດ້ເຂົ້າຮ່ວມພິທີໄຂ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງກອງປະຊຸມຂອງຄະນະບໍລິຫານ IOC ຢູ່ນະຄອນ Lausanne (ປະເທດ ສະວິດ), ທ່ານ James Macleod, ຜູ້ອຳນວຍການການພົວພັນຕ່າງປະເທດ ແລະ ການພົວພັນກັບບັນດາຄະນະກຳມະການຂອງ Olympic ແຫ່ງຊາດຂອງ IOC, ໃຫ້ຮູ້ວ່າ: ບັນດານັກກິລາທີ່ມາຈາກ 2 ປະເທດດັ່ງກ່າວຈະບໍ່ເຂົ້າຮ່ວມການສວນສະໜາມຂອງບັນດາຄະນະ ແລະ ບັນດາກຸ່ມນັກກິລາຢູ່ພິທີໄຂໃນວັນທີ 26 ກໍລະກົດປີນີ້ ຍ້ອນວ່າເຂົາເຈົ້າເຂົ້າຮ່ວມດ້ວຍຖານະສ່ວນຕົວ. ເຖິງຢ່າງໃດກໍ່ຕາມ, ເຂົາເຈົ້າຈະສາມາດເຂົ້າຮ່ວມເພື່ອຕິດຕາມເຫດການໄດ້.

ແຫຼ່ງຄັດຈາກ: vovworld.vn