leftcenterrightdel
ທ່ານ Ron Dermer, ລັດຖະມົນຕີ ຮັບຜິດຊອບບັນດາບັນຫາຍຸດທະສາດຂອງ ອິດສະຣາແອນ. ພາບ: Flash90

ໃນການເຈລະຈາ, ລັດຖະມົນຕີການຕ່າງປະເທດສອງທ່ານ ລ້ວນແຕ່ໄດ້ເນັ້ນໜັກຄວາມສຳຄັນຂອງຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໃນທັນທີ ແລະຄວາມຈຳເປັນຕ້ອງປະຕິບັດທຸກໆຄວາມມານະພະຍາຍາມເພື່ອແນໃສ່ປົກປ້ອງສາມັນຊົນ ແລະເພີ່ມທະວີການສະໜອງໜູນຊ່ວຍມະນຸດສະທຳຮີບດ່ວນຢູ່ເຂດດິນແດນ ປາແລດສະຕິນ. ທ່ານລັດຖະມົນຕີ Blinken ໄດ້ເນັ້ນເຖິງບົດບາດຂອງເລື່ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືພາກພື້ນ ແລະສາກົນ ເພື່ອແກ້ໄຂການປະທະກັນຢູ່ເຂດ ກາຊາ ແລະ ກະກຽມໃຫ້ແກ່ໄລຍະຫຼັງການປະທະກັນ. ທ່ານລັດຖະມົນຕີການຕ່າງປະເທດ Blinken ໄດ້ຢ້ຳຄືນຄຳໝັ້ນສັນຍາຂອງ ວໍຊິງຕັນ ໃນການບັນລຸໄດ້ສັນຕິພາບແບບຍືນຍົງ, ຮັບຮອງເອົາເລື່ອງສ້າງລັດ ປາແລດສະຕິນ ເອກະລາດດ້ວຍການຮັບປະກັນຄວາມໝັ້ນຄົງໃຫ້ແກ່ ອິດສະຣາແອນ.

ແຫຼ່ງຄັດຈາກ: vovworld.vn