leftcenterrightdel
ການປ່ອນບັດຂອງສະມັດຊາໃຫຍ່ ສປຊ ໃນວັນທີ 15 ມີນາ. ພາບ: ສໍານັກຂ່າວສານຫວຽດນາມ

ມະຕິດັ່ງກ່າວ ໂດຍ ປາກິດສະຖານ ຍື່ນສະເໜີ, ແນໃສ່ກ່າວປະນາມການປຸກປັ່ນຍຸແຍ່ຈຳແນກການປະພຶດ, ເປັນປໍລະປັກ ຫຼື ໃຊ້ຄວາມຮຸນແຮງເພື່ອຕ້ານຄືນຊາວມຸດສະລິມ, ເຊິ່ງໄດ້ສະແດງອອກຢູ່ບ່ອນວ່າ ນັບມື້ນັບມີຫຼາຍເຫດການແຕະຕ້ອງຄຳພິ Koran, ບຸກໂຈມຕີໂບດອິດສະລາມແຫ່ງຕ່າງໆ.

ມະຕິດັ່ງກ່າວ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ສປຊ ປະຕິບັດທຸກມາດຕະການທີ່ຈຳເປັນ ເພື່ອຕ້ານການບໍ່ຍອມຮັບສາສະໜາ, ເປັນປໍລະປັກ, ປຸກປັ່ນຍຸແຍ່ນຳໃຊ້ອາວຸດ ແລະ ໃຊ້ຄວາມຮຸນແຮງສຳລັບຊາວມຸດສະລິມ, ພ້ອມທັງຫ້າມການຍຸແຍ່ນຳໃຊ້ອາວຸດ ແລະ ການໃຊ້ຄວາມຮຸນແຮງສຳລັບຄົນ ມະນຸດຍ້ອນເຫດຜົນກ່ຽວຂ້ອງເຖິງສາສະໜາ ຫຼື ການເຫຼື້ອມໃສເຊື່ອຖືຂອງເຂົາເຈົ້າ.

ແຫຼ່ງຄັດຈາກ: vovworld.vn