ລັດຖະບານ ຊູແອັດ ຊົມເຊີຍການຕັດສິນໃຈຂອງທ່ານປະທານາທິບໍດີ Tamas Sulyok, ໂດຍເອີ້ນວ່າ ນີ້ແມ່ນການຜັນແປທີ່ຕັ້ງໜ້າທີ່ສຸດ. ກ່ອນໜ້ານັ້ນ, ວັນທີ 26 ກຸມພາ, ສະພາແຫ່ງຊາດ ຮຸງກາຣີ ໄດ້ປ່ອນບັດຮັບຮອງເອົາໃບຄຳຮ້ອງເຂົ້າຮ່ວມ NATO ຂອງ ຊູແອັດ, ລົບລ້າງຮົ້ວກີດຂວາງສຸດທ້າຍສຳລັບປະເທດ ເອີຣົບເໜືອນີ້. ຊູແອັດ ຈະໄດ້ຮັບຖານະເປັນສະມາຊິກ NATO ຢ່າງເປັນທາງການ ພາຍຫຼັງທີ່ໃບຄຳຮ້ອງຂໍເຂົ້າຮ່ວມ NATO ຂອງປະເນີ້ ໄດ້ສົ່ງເຖິງລັດຖະບານ ອາເມລິກາ, ເຊິ່ງເປັນບ່ອນເຊັນກົດບັດວໍຊິງຕັນ. ຄາດວ່າ, ຊູແອັດ ສາມາດກາຍເປັນປະເທດສະມາຊິກທີ 32 ຂອງ NATO ຢູ່ກອງປະຊຸມສຸດຍອດຂອງກຸ່ມໃນເດືອນ ກໍລະກົດຈະມາເຖິງ, ເຊິ່ງຈະຈັດຂຶ້ນຢູ່ ອາເມລິກາ.

ແຫຼ່ງຄັດຈາກ: vovworld.vn