RANAPE ໄດ້ຊີ້ແຈ້ງວ່າ ຝ່າຍຕາເວັນຕົກຍາກທີ່ຈະສາມາດເພີ່ມເຕີມບັນດາມາດຕະການສະກັດກັ້ນ ທີ່ຫຼາຍພໍສົມຄວນ ສຳລັບ ມົດສະກູ, ຍ້ອນອາດຈະນຳມາເຊິ່ງຄວາມສ່ຽງສູງສຳລັບບັນດາປະເທດຂອງຝ່າຍຕາເວັນຕົກເອງ.

leftcenterrightdel
ປະຊາຊົນຢູ່ ມົດສະກູ, ລັດເຊຍ. ພາບ: AFP

ບັນດານັກຊ່ຽວຊານຢູ່ RANAPE ໄດ້ຍົກອອກ 2 ແຜນຮ່າງສຳລັບພື້ນຖານເສດຖະກິດລັດເຊຍ ໃນໄລຍະ 2024-2026. ແຜນຮ່າງທີໜຶ່ງແມ່ນຄາດຄະເນເລື່ອງບັນດາປະເທດຝ່າຍຕາເວັນຕົກ ຈະຫຼຸດລາຄາເພດານຂອງນ້ຳມັນ ລົງເຫຼືອພຽງ 50 ໂດລາສະຫະລັດ/ຖັງ, ຍົກອອກຄຳສັ່ງເກືອດຫ້າມສຳລັບການສົ່ງອອກໄປຍັງລັດເຊຍ ຢ່າງສີ້ນເຊິງ, ກໍ່ຄືບັນດາມາດຕະການລົງໂທດອື່ນໆເພື່ອແນໃສ່ບັນດາປະເທດທີສາມ. ແຜນທີສອງມີຄວາມປະເອີບໃຈກ່ວາ, ເຊິ່ງໄດ້ຄາດຄະເນຫຼາຍມາດຕະການທີ່ຄ້າຍຄືກັນ ຈາກບັນດາປະເທດຝ່າຍຕາເວັນຕົກ, ແຕ່ຈະຄ່ອຍໆໄດ້ປະກາດເປັນໄລຍະ. ຕາມແຜນຮ່າງນີ້ແລ້ວ, ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ ລັດເຊຍ ອາດຈະບັນລຸລະດັບເຕີບໂຕ 2,2% ໃນປີ 2026.

ແຫຼ່ງຄັດຈາກ: vovworld.vn