leftcenterrightdel
ກຳລັງປ້ອງກັນຄວາມສະຫງົບຂອງຍີ່ປຸ່ນ ໄປລາດຕະເວນ ຢູ່ບັນດາສະຖານທີ່ສາທາລະນະ. ພາບ:AFP

ຍີ່ປຸ່ນ ໄດ້ຜັນຂະຫຍາຍພະນັກງານປ້ອງກັນຄວາມສະຫງົບ 24.000 ຄົນ ໄປຍັງນະຄອນນີ້ເພື່ອຮັບປະກັນໃຫ້ກອງປະຊຸມໄດ້ດຳເນີນຢ່າງສະດວກ. ຕາມນັ້ນແລ້ວ, ກ່ອນທີ່ຈັດກອງປະຊຸມ, ກຳລັງຕຳຫຼວດລາດຕະເວນ ໄດ້ເພີ່ມທະວີຢູ່ຫຼາຍສະຖານທີ່ສາທາລະນະ. ເຮືອບິນເອລີກອບແຕ ໄດ້ລາດຕະເວນໃນເຂດນ່ານຟ້າຂອງນະຄອນ. ນອກຈາກນະຄອນ Hiroshima, ຍີ່ປຸ່ນ ກໍ່ໄດ້ເປີດກ້ວາງການເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ຫຼາຍທ້ອງຖິ່ນອື່ນໆ, ໃນນັ້ນມີນະຄອນຫຼວງ ໂຕກຽວ.

ກອງປະຊຸມສຸດຍອດ G7, ນອກຈາກການເຂົ້າຮ່ວມຂອງປະມຸກລັດ 7 ປະເທດຄື: ຍີ່ປຸ່ນ, ອາເມລິກາ, ການາດາ, ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ ແລ້ວ ກໍ່ຍັງມີຜູ້ຕາງໜ້າຂອງສະຫະພາບເອີລົບ, ປະທານາທິບໍດີບຣາຊິນ ແລະ ນາຍົກລັດຖະມົນຕີອິນເດຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ກໍ່ຈະເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນແຂກຖືກເຊີນ.

ແຫຼ່ງຄັດຈາກ: vovworld.vn