ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ພາຍຫຼັງສິ້ນສຸດການພົບປະເຈລະຈາ, ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk – yeol ໃຫ້ຮູ້ວ່າ ໃນການພົບປະເຈລະຈາ, ການນຳສອງທ່ານໄດ້ເຫັນດີນຳກັນວ່າ ສ.ເກົາຫຼີ ແລະ ຍີ່ປຸ່ນ ຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ໃນບັນດາໂຄງການດຳເນີນງານກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ ແລະບັນດາບັນຫາທົ່ວໂລກ. ການນຳສອງທ່ານຢັ້ງຢືນວ່າ ການປັບປຸງສາຍພົວພັນ ສ.ເກົາຫຼີ - ຍີ່ປຸ່ນ ຈະນໍາມາເຊິ່ງຜົນປະໂຫຍດຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ, ພ້ອມທັງເຫັນດີເປັນເອກະພາບຕໍ່ການພັດທະນາສາຍພົວພັນສອງຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່ໃນອະນາຄົດ. ການນຳສອງທ່ານກໍຊົມເຊີຍການຮ່ວມມືຢ່າງຮອບດ້ານໃນຂົງເຂດຄວາມໝັ້ນຄົງ ແລະເສດຖະກິດ, ການຟື້ນຟູຢ່າງແຮງຂອງການພົບປະແລກປ່ຽນປະຊາຊົນລະຫວ່າງ ສ.ເກົາຫຼີ ແລະຍີ່ປຸ່ນ ດ້ວຍຈຳນວນຜູ້ໄປມາຫາກັບລະຫວ່າງສອງປະເທດບັນລຸເກືອບ 2 ລ້ານເທື່ອຄົນ ໃນສະເພາະແຕ່ 3 ເດືອນຕົ້ນປີນີ້.

leftcenterrightdel
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Fumio Kishida ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk – yeol. ພາບ: Yonhap

ກ່ຽວກັບບັນຫາລູກສອນໄຟ ແລະນິວເຄຼຍ ຂອງ ສປປ.ເກົາຫຼີ. ການນຳສອງທ່ານເຫັນດີເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ສ.ເກົາຫຼີ - ຍີ່ປຸ່ນ ແລະສາມຝ່າຍ ສ.ເກົາຫຼີ - ຍີ່ປຸ່ນ - ອາເມລິກາ ເພື່ອແນໃສ່ຊຸກຍູ້ສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ. ສອງຝ່າຍກໍເຫັນດີກ່ຽວກັບຄວາມສຳຄັນຍຸດທະສາດຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແລະຄຳໝັ້ນສັນຍາໃນການເພີ່ມທະວີການສົມທົບກັນປະຕິບັດຍຸດທະສາດມະຫາສະໝຸດ ອິນເດຍ-ປາຊີຟິກ ຂອງສອງປະເທດ.

ແຫຼ່ງຄັດຈາກ: vovworld.vn