ລະອຽດແມ່ນ, ກະຊວງການຕ່າງປະເທດລັດເຊຍ ໄດ້ເນັ້ນໜັກວ່າ ມົດສະກູ ຄາດວ່າຈະພ້ອມກັບ ປັກກິ່ງ ປົກປ້ອງສິດອຳນາດຂອງ ສປຊ, ເພີ່ມທະວີນ້ຳໃຈສາມັກຄີ ແລະການຮ່ວມມືໃນກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20), ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (BRICS) ເລິກເຊິ່ງກ່ວາອີກ, ຊຸກຍູ້ການເຄື່ອນໄຫວຂອງອົງການຮ່ວມມືຊາງໄຮ (SCO), ປັບປຸງບົດບາດຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).

leftcenterrightdel
ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະທ່ານປະທານປະເທດຈີນ ສີຈີ້ນຜິງ. ພາບ: ສໍານັກຂ່າວສານຫວຽດນາມ

ພ້ອມທັງສອງຝ່າຍ ຈະເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສຄື: EAS (ກອງປະຊຸມສຸດຍອດອາຊີຕາເວັນອອກ), ARF (ເວທີປາໄສອາຊຽນ), ADMM+ (ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ເປີດກວ້າງ), ສະໜັບສະໜູນບົດບາດເປັນໃຈກາງຂອງອາຊຽນ ຄືແມ່ນປັດໄຈໜຶ່ງທີ່ສຳຄັນຂອງໂຄງປະກອບໃນພາກພື້ນ ຢູ່ອາຊີຕາເວັນອອກ.

ແຫຼ່ງຄັດຈາກ: vovworld.vn