ຕາມອົງການດັ່ງກ່າວແລ້ວ, ການປະທະກັນ, ໂລກລະບາດ, ສະພາບດິນຟ້າອາກາດຮ້າຍແຮງ, ຄື: ໄພນ້ຳຖ້ວມ ແລະໄພແຫ້ງແລ້ງ, ບັນດາສິ່ງທ້າທາຍດ້ານການແພດສາທາລະນະ ກໍ່ຄືການເຄື່ອນໄຫວແຊກແຊງພວມເຮັດໃຫ້ເງື່ອນໄຂການດຳລົງຊີວິດຂອງຫຼາຍຄົນຢູ່ ຊູດັງໃຕ້ ຖືກຊຸດໂຊມ. ສິ່ງດັ່ງກ່າວຮຽກຮ້ອງໃຫ້ລັດຖະບານ ຊູດັງໃຕ້ ຕ້ອງເອົາໃຈໃສ່ເພີ່ມທະວີການປ້ອງກັນຄວາມສະຫງົບ ແລະຍູ້ແຮງການລົງທຶນເຂົ້າບັນດາຂົງເຂດພັດທະນາເພື່ອແນໃສ່ຕອບສະໜອງຄວາມຕ້ອງການໂດຍພື້ນຖານຂອງປະຊາຊົນ.

ແຫຼ່ງຄັດຈາກ: vovworld.vn