ວັນທີ 15 ພະຈິກ, ກ່າວຄຳເຫັນຕໍ່ວົງການສື່ມວນຊົນ ຢູ່ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ພວມດຳເນີນຢູ່ ບາລີ, ປະເທດອິນໂດເນເຊຍ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໃຫ້ຮູ້ວ່າ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເວົ້າກັບທ່ານວ່າ ອາເມລິກາ ແລະສະຫະພາບເອີຣົບ (ອີຢູ) ໄດ້ໃຫ້ຄຳໝັ້ນສັນຍາປະຕິບັດເນື້ອໃນສ່ວນໜຶ່ງຂອງຂໍ້ຕົກລົງທີ່ກ່ຽວຂ້ອງເຖິງການສົ່ງອອກຂອງລັດເຊຍ, ຕາມນັ້ນແລ້ວ, ບັນດາວິສາຫະກິດສົ່ງອອກທັນຍາພືດລັດເຊຍ ຈະບໍ່ຖືກລົງໂທດ. ຕາມທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ແລ້ວ, ຖ້າຫາກວ່າ ອາເມລິກາ ແລະອີຢູ ປະຕິບັດຄຳໝັ້ນສັນຍາດັ່ງກ່າວທຸກສິ່ງກີດຂວາງຕໍ່ການສົ່ງອອກທັນຍາພືດ ແລະປຸ໋ຍຂອງ ລັດເຊຍ ຈະຖືກຍົກເລີກ.

leftcenterrightdel
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ເຂົ້າຮ່ວມກອງປະຊຸມສຸດຍອດ G20 ພາບ:Reuters

ໃນວັນດຽວກັນ, ຫົວໜ້າຫ້ອງວ່າການປະທານາທິບໍດີຢູແກຼນ ທ່ານ Andriy Yermak ໃຫ້ຮູ້ວ່າ ປະເທດນີ້ ຢາກສະໜອງທັນຍາພືດ ໃຫ້ແກ່ປະຊາຊົນຕື່ມອີກຢ່າງໜ້ອຍສຸດແມ່ນ 5 ລ້ານຄົນ ທີ່ພວມປະເຊີນໜ້າກັບສະພາບຂາດແຄນສະບຽງອາຫານຢ່າງຮ້າຍແຮງ ໃນທ້າຍລະດູບານໃໝ່ ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີຢູແກຼນ Volodymyr Zelensky ຢູ່ກອງປະຊຸມສຸດຍອດ G20.

ແຫຼ່ງຄັກຈາກ: vovworld.vn