ທ່ານນາຍົກລັດຖະມົນຕີອົດສະຕາລີ Anthony Albanese ໃຫ້ຮູ້ວ່າ ອົດສະຕາລີ ເຫັນດີທົດແທນຄ່າເສຍຫາຍ, ເງິນຊົດເຊີຍນີ້ແມ່ນທ່ຽງທຳ ແລະສະໝີພາບ, ຈາກນັ້ນຈະຊ່ວຍສ້າງການພົວພັນສອງຝ່າຍລະຫວ່າງອົດສະຕາລີ ກັບຝລັ່ງ ໃຫ້ດີງາມກວ່າອີກ. ກ່ອນໜ້ານັ້ນ, ລັດຖະບານຊຸດກ່ອນຂອງອົດສະຕາລີ ໄດ້ຍົກເລີກສັນຍາຊ້ືກຳປັ່ນດຳນ້ຳ 12 ລຳດ້ວຍມູນຄ່າ 90 ຕື້ໂດລາສະຫະລັດ ຈາກກຸ່ມບໍລິສັດ Naval ໃນປີກາຍ ເພື່ອຫັນມາປະຕິບັດຂໍ້ຕົກລົງຕໍ່ກໍາປັ່ນດໍານ້ໍາແລ່ນດ້ວຍພະລັງງານນິວເຄຼຍ ໃນຂອບເຂດການພົວພັນຄູ່ຮ່ວມມືດ້ານຄວາມໝັ້ນຄົງກັບອາເມລິກາ ແລະອັງກິດ (AUKUS).

leftcenterrightdel
ລັດຖະບານອົດສະຕາຕີ ຈະຊົດເຊີຍ 830 ລ້ານ AUD ໃຫ້ກຸ່ມບໍລິສັດ Naval ຂອງຝລັ່ງ. ພາບ: Reuters.

ຕາມ AFP ແລ້ວ, ໃນວັນດຽວກັນ, ທ່ານ Sebastien Lecornu ລັດຖະມົນຕີກອງທັບຝລັ່ງ ໄດ້ມີປະຕິກິລິຍາຕໍ່ຂ່າວທີ່ກ່າວມາຂ້າງເທິງ,  ທ່ານສະແດງຄວາມເພິ່ງພໍໃຈຕໍໍ່ກັບຂໍ້ຕົກລົງທົດແທນຄ່າເສຍຫາຍຈາກອົດສະຕາລີ ແລະເນັ້ນໜັກວ່າ ສິ່ງນີ້ຈະເອື້ອອຳນວຍໃຫ້ສອງປະເທດມຸ່ງໄປເຖິງອະນາຄົດພາຍຫຼັງການໂຕ້ຖຽງກັນທີ່ເຮັດໃຫ້ການພົວພັນສອງຝ່າຍເຄັ່ງຕຶງ.

ໂດຍ: ສົມເພັດ