leftcenterrightdel
ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz. ພາບ:AFP/ສໍານັກຂ່າວສານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ເຊື້ອເຊີນບັນດາການນຳຂອງກຸ່ມ G7 (ບັນດາປະເທດພັດທະນາແຖວໜ້າຂອງໂລກ) ມາເຂົ້າຮ່ວມກອງປະຊຸມກ່ຽວກັບ ຢູແກຼນ ໃນຂອບເຂດກອງປະຊຸມສຸດຍອດສະຫະພາບເອີລົບ  ແລະ ອົງການ NATO ໃນອາທິດໜ້າ. ກ່າວຄຳເຫັນກັບວົງການນັກຂ່າວໃນວັນທີ 18 ມີນາ, ທ່ານ Christiane Hoffmann ຮອງໂຄສົກຂອງລັດຖະບານ ເຢຍລະມັນ ໃຫ້ຮູ້ວ່າ: ບັນດາການເຈລະຈາ ຢູ່ ບຣຸກແຊນ ໃນວັນທີ 24 ມີນາ ຈະມາເຖິງຈະສຸມໃສ່ “ສະພາບການຢູ່ ຢູແກຼນ” ແລະ ຈະໄດ້ໂຮມເຂົ້າກັບກອງປະຊຸມສຸດຍອດຊຶ່ງໄດ້ວາງແຜນກ່ອນນັ້ນ.

ປະຈຸບັນ ເຢຍລະມັນ ພວມເປັນປະທານໝູນວຽນຂອງ G7 ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ ໄດ້ກະກຽມການເຂົ້າຮ່ວມກອງປະຊຸມສຸດຍອດພິເສດຂອງ NATO. ບັນຫາປັບປຸງຄວາມສາມາດປ້ອງກັນຂອງ NATO ກໍ່ຈະໄດ້ຍົກອອກມາປຶກສາຫາລືຢູ່ກອງປະຊຸມຄັ້ງນີ້.

ແຫຼ່ງຄັດຈາກ: vovworld.vn