leftcenterrightdel
ມາເລເຊຍ ຍົກຍ້າຍປະຊາຊົນເກືອບ 12.000ຄົນ ຈາກເຂດນ້ຳຖ້ວມ. ພາບ: BERNAMA

ຂະນະ​ທີ່ສຳນັກງານ ອຸຕຸນິຍົມ​ ວິທະຍາ ​ແຈ້ງວ່າ: ລັດ​ກລັນ​ຕັນ ​ແລະ ລັດຕຣັງກາ​ນູ ຈະ​ຜະ​ເຊີນ​ກັບສະພາບ​ອາກາດທີ່ຮຸນ​ແຮງ ​ອີກ​ຕໍ່​ໄປ ​ເຊິ່ງຈະ​ເຮັດ​ໃຫ້​ຝົນຕົກ​ໜັກ​ໃນ​ຫລາຍພື້ນ​ທີ່ຂອງມາ​ເລ​ເຊຍ ລວມທັງ​ພື້ນ​ທີ່​ບາງ​ສ່ວນ​ເທິງ​ເກາະ​ບໍ​ນຽວ. ນອກ​ນີ້ ຍັງ​ປະກາດເຕືອນ​ໄພກ່ຽວ​ກັບ​ລົມ​ແຮງ ​ແລະຄື້ນທະ​ເລ ​ໂດຍ​ສະ​ເພາະໃນ​ບໍລິ​ເວນທະ​ເລຕາເວັນອອກ ​ແລະພື້ນ​ທີ່​ເໜືອ​ສຸດ​ ຂອງ​ ຊ່ອງ​ແຄບມະ​ລາ​ກາ. ກ່ອນ​ໜ້າ​ນີ້ ມາ​ເລ​ເຊຍ ຫາ​ກໍຜະ​ເຊີນ​ກັບ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່​ໃນ​ຮອບ​ຫລາຍ​ສິບ​ປີ​ໃນ​ໄລຍະ ເດືອນ​ທັນວາ ​ຫາ​ຕົ້ນ​ ເດືອນ​ມັງກອນ ທີ່​ຜ່ານ​ມາເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 50 ຄົນ ​ແລະມີ​ປະຊາຊົນປະມານ 125.000 ຄົນ ຕ້ອງ​ຍົກຍ້າຍ ​ອອກ​ຈາກ​ເຮືອນ ​ເພື່ອ​ຄວາມ​ປອດ​ໄພ.

ໂດຍ: ຂປລ