ລັດຖະມົນຕີຕ່າງປະເທດ ຝລັ່ງ ຢັ້ງຢືນຄວາມຄືບໜ້າໃນການເຈລະຈານິວເຄຼຍ ອີຣານ
ວັນທີ 7 ມັງກອນ, ທ່ານລັດຖະມົນຕີຕ່າງປະເທດ ຝລັ່ງ Jean – Yves Le Drian ແຈ້ງໃຫ້ຊາບວ່າ ບັນດາການເຈລະຈາ ກ່ຽວກັບ ນິວເຄຼຍ ອີຣານ ບັນລຸໄດ້ຄວາມຄືບໜ້າທີ່ດີ ເຖິງວ່າ ເວລາໃກ້ຈະໝົດແລ້ວກໍ່ຕາມ.
ທ່ານລັດຖະມົນຕີຕ່າງປະເທດ ຝລັ່ງ Jean – Yves Le Drian ສະແດງຄວາມເຊື່ອໝັ້ນວ່າ ບັນດາຝ່າຍເຂົ້າຮ່ວມການເຈລະຈາ ອາດຈະບັນລຸໄດ້ຂໍ້ຕົກລົງ. ທ່ານກໍ່ເນັ້ນໜັກວ່າ ມີຄວາມຄືບໜ້າສ່ວນໃດສ່ວນໜຶ່ງໃນຊຸມວັນຜ່ານມາ ເມື່ອບັນດາຝ່າຍກຳລັງເດີນຕາມທິດທາງທີ່ຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ທ່ານກໍ່ຖືວ່າ ເວລາ ແມ່ນປັດໄຈແກ່ນສານ, ເພາະວ່າ ຖ້າຫາກບັນດາຝ່າຍບໍ່ບັນລຸໄດ້ຂໍ້ຕົກລົງຢ່າງວ່ອງໄວນັ້ນ ຈະບໍ່ມີຫຍັງນຳມາເຈລະຈາ. ຄວາມຄືບໜ້າຂອງການເຈລະຈາແມ່ນຊ້າເກີນໄປ, ໃນຂະນະທີ່ເວລາຂອງການເຈລະຈາຍັງເຫຼືອບໍ່ເທົ່າໃດອາທິດ ກ່ອນທີ່ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ໂດຍ ອີຣານ ລົງນາມກັບ ກຸ່ມ P5+1 (ອັງກິດ, ອາເມລິກາ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໃນປີ 2015 ຈະເປັນໂມຄະ.
ແຫຼ່ງຄັດຈາກ: vovworld.vn