leftcenterrightdel
ທ່ານລັດຖະມົນຕີຕ່າງປະເທດ ອາເມລິກາ Antony Blinken. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 1 ຕຸລາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ ທ່ານລັດຖະມົນຕີ Antony Blinken ຈະໄປປະຕິບັດງານຢູ່ ຝລັ່ງ ແລະ ມີການເຈລະຈາກັບວົງການເຈົ້າໜ້າທີ່ປະເທດຝລັ່ງ ໃນອາທິດໜ້າ, ໃນຄວາມມານະພະຍາຍາມເພື່ອແນໃສ່ຫຼຸດຜ່ອນຄວາມໂກດແຄ້ນຂອງ ປາຣີ ກ່ຽວກັບສັນຍາກຳປັ່ນດຳນ້ຳກັບ ອົດສະຕາລີ ຖືກຍົກເລີກ ໂດຍມີສ່ວນກ່ຽວຂ້ອງ ອາເມລິກາ. ທ່ານລັດຖະມົນຕີຕ່າງປະເທດ Blinken ຈະມີໜ້າຢູ່ ປາຣີໃນລະຫວ່າງວັນທີ 4 – 6 ຕຸລາ ເພື່ອເຂົ້າຮ່ວມກອງປະຊຸມຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ກໍ່ຄືການພົບປະກັບວົງການເຈົ້າໜ້າທີ່ຝລັ່ງ ເພື່ອປຶກສາຫາລືກ່ຽວກັບການ “ເພີ່ມທະວີການພົວພັນສຳຄັນລະຫວ່າງ ອາເມລິກາ ແລະ ຝລັ່ງ ໃຫ້ຫຼາຍກວ່າອີກ”. ຄາດວ່າ, ທ່ານ Blinken ແລະ ບັນດາເຈົ້າໜ້າທີ່ຝລັ່ງ ຈະປຶກສາຫາລືບັນຫາຄື “ຄວາມໝັ້ນຄົງຢູ່ພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ວິກິດການດ້ານດິນຟ້າອາກາດ, ຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19, ການພົວພັນຂ້າມມະຫາສະໝຸດອັດລັງຕິກ ແລະ ການຮ່ວມມືກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືໃນສິ່ງທ້າທາຍ ແລະ ກາລະໂອກາດໃນທົ່ວໂລກ”.

ກ່ອນໜ້ານັ້ນ, ການພົວພັນຝລັ່ງ - ອາເມລິກາ ໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງຍ້ອນການໂຕ້ຖຽງກັນທີ່ກ່ຽວຂ້ອງເຖິງຂໍ້ຕົກລົງຄວາມໝັ້ນຄົງ 3 ຝ່າຍອາເມລິກາ - ອັງກິດ - ອົດສະຕາລີ (AUKUS). ຂໍ້ຕົກລົງທີ່ຫາກໍ່ໄດ້ລົງນາມນີ້ໄດ້ພາໄປເຖິງເລື່ອງ Canberra ຖອນຕົວອອກຈາກຂໍ້ຕົກລົງຊື້ກຳປັ່ນດຳນ້ຳທີ່ມີມູນຄ່າ 66 ຕື້ໂດລາສະຫະລັດ ທີ່ໄດ້ລົງນາມກັບບໍລິສັດໜຶ່ງຂອງຝລັ່ງ.

ແຫຼ່ງຄັດຈາກ: vovworld.vn