leftcenterrightdel
ການສັກວັກຊິນກັນໂຄວິດ-19 ຢູ່ອົດສະຕາລີ. ພາບ: vov.vn

ຕອບສຳພາດຕໍ່ນັກຂ່າວ, ການນຳ ອົດສະຕາລີ ໄດ້ຖືວ່າ ປະຊາຊົນສາມາດຂຶ້ນແຜນການຕ້ອນຮັບວັນບຸນຄິດສະມາດໃນປີ 2021 ກັບຍາດຕິພີ່ນ້ອງຍ້ອນລະດັບການສັກວັກຊີນໃນປັດຈຸບັນ, ປະເທດນີ້ສາມາດສຳເລັດເປົ້າໝາຍສັກວັກຊິນໃຫ້ 70% ຈຳນວນປະຊາກອນໃນທ້າຍເດືອນ ຕຸລາ ຫຼື ຕົ້ນເດືອນ ພະຈິກ ທີ່ຈະມາເຖິງ.

ຕາມບົດລາຍງານສະບັບຫຼ້າສຸດໃຫ້ຮູ້ວ່າ ຍ້ອນຂາດແຄນແຫຼ່ງສະໜອງວັກຊິນມາຮອດປັດຈຸບັນປະຊາຊົນ ອົດສະຕາລີ ໄດ້ຮັບການສັກວັກຊິນພຽງ 37% ເທົ່ານັ້ນ. ປັດຈຸບັນລັດຖະບານປະເທດນີ້ພວມຊອກຫາຊື້ວັກຊິນເພື່ອຍູ້ໄວວຽກງານສັກວັກຊິນໃນໄລຍະຈະມາເຖິງ.

ແຫຼ່ງຄັດຈາກ: vovworld.vn