leftcenterrightdel
ພາບປະກອບຄັດຈາກ: AFP/ສໍານັກຂ່າວສານຫວຽດນາມ.

ຕາມເວັບໄຊສະຕິຖິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 02 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 220 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,5 ລ້ານຄົນ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ໃນເຫດການໃໝ່, ຍີ່ປຸ່ນ ໄດ້ກວດພົບ 2 ກໍລະນີຕິດເຊື້ອພະຍາດສາຍພັນ Mu, ເຊິ່ງແມ່ນໄວຣັດສາຍພັນໃໝ່ຂອງໄວຣັດ SARS-CoV-2 ເຊິ່ງອົງການອະນາໄມໂລກ (WHO) ຈັດເຂົ້າບັນຊີ “ສາຍພັນໃໝ່ທີ່ໜ້າສົນໃຈ”. ມາຮອດປະຈຸບັນ, ໄວຣັດສາຍພັນໃໝ່ນີ້ໄດ້ກວດພົບຢ່າງໜ້ອຍສຸດຢູ່ 39 ປະເທດ, ໃນນັ້ນມີບັນດາປະເທດຢູ່ ອາເມລິກາໃຕ້ ແລະ ເອີລົບ.

ແຫຼ່ງຄັດຈາກ: vovworld.vn