leftcenterrightdel
ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 16 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຖະແຫຼງວ່າ ບັນດາຄວາມມານະພະຍາຍາມຫຼຸດຜ່ອນປະລິມານການປ່ອຍອາຍພິດຢູ່ບັນດາພື້ນຖານເສດຖະກິດທີ່ກ້າວໜ້າແມ່ນຍັງບໍ່ພຽງພໍ ແລະກະຕຸກຊຸກຍູ້ບັນດາປະເທດພວມພັດທະນາຕ້ອງມີການປະກອບສ່ວນທີ່ມີຄວາມໝາຍເຂົ້າໃນວຽກງານຫຼຸດຜ່ອນປະລິມານອາຍພິດທົ່ວໂລກ.

ໃນບົດກ່າວປາໄສຢູ່ສຳນັກງານຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ຢູ່ ປາຣີ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຖືວ່າ ມາດຕະການເຕັກໂນໂລຢີ ຈະຊ່ວຍຮັດແຄບໄລຍະຫ່າງລະຫວ່າງບັນດາປະເທດທີ່ກ້າວໜ້າກັບປະເທດພວມພັດທະນາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຫຼຸດຜ່ອນປະລິມານການປ່ອຍອາຍພິດທົ່ວໂລກ ຈະປະລາໄຊ ຖ້າຫາກວ່າ ໄລຍະຫ່າງດັ່ງກ່າວບໍ່ໄດ້ຮັບການຮັດແຄບເຂົ້າ.

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ເນັ້ນໜັກວ່າ, ສິ່ງທີ່ຈຳເປັນແມ່ນຕ້ອງຮັບປະກັນວ່າ ມາດຕະການທີ່ໄດ້ວາງອອກສຳລັບບັນດາພື້ນຖານເສດຖະກິດກ້າວໜ້າກ່ຽວກັບການແກ້ໄຂການປ່ຽນແປງຂອງດິນຟ້າອາກາດກໍຕ້ອງວາງອອກສຳລັບບັນດາພື້ນຖານເສດຖະກິດພວມພັດທະນານຳເພາະວ່າ ປະລິມານອາຍພິດກາກບອນບໍ່ມີພົມແດນ.

ແຫຼ່ງຄັດຈາກ: vovworld.vn